ປີ 2022, ຫວຽດນາມ ມີ 43 ຂະແໜງສິນຄ້າສົ່ງອອກໄດ້ 1 ຕື້ USD ຂຶ້ນໄປ

(VOVWORLD) -  ສ້າງຄວາມປະທັບໃຈທີ່ສຸດໃນກຸ່ມຂະແໜງບັນລຸ 10 ຕື້ USD ແມ່ນຂະແໜງສິນໃນນ້ຳ. ຂະແໜງນີ້ບັນລຸ 10 ຕື້ USD ໃນເວລາພຽງ 11 ເດືອນເທົ່ານັ້ນ

ການສົ່ງອອກ - ນຳເຂົ້າຂອງ ຫວຽດນາມ ໃນປີນີ້ຢັ້ງຢືນຂີດໝາຍປະຫວັດສາດຫຼາຍຢ່າງ. ເປັນຄັ້ງທຳອິດ, ຍອດວົງເງິນການຄ້າລື່ນກາຍ 700 ຕື້ USD. ໃນນັ້ນ ມີ 35 ຂະແໜງບັນລຸມູນຄ່າການສົ່ງອອກ 1 ຕື້ກ່ວາ USD ແລະ 8 ຂະແໜງລື່ນກາຍຕົວເລກ 10 ຕື້ USD.

          ສ້າງຄວາມປະທັບໃຈທີ່ສຸດໃນກຸ່ມຂະແໜງບັນລຸ 10 ຕື້ USD ແມ່ນຂະແໜງສິນໃນນ້ຳ. ຂະແໜງນີ້ບັນລຸ 10 ຕື້ USD ໃນເວລາພຽງ 11 ເດືອນເທົ່ານັ້ນ. ຄາດວ່າ, ໝາກຜົນການສົ່ງອອກທັງປີຂອງຂະແໜງສິນໃນນ້ຳອາດຈະລື່ນກາຍຕົວເລກ 11 ຕື້ USD, ເພີ່ມຂຶ້ນ 2 ຕື້ກ່ວາ USD ເມື່ອທຽບໃສ່ປີກ່ອນ. ຖັດມາໃນກຸ່ມ 10 ຕື້ USD  ແມ່ນຂະແໜງໄມ້ ແລະ ຜະລິດຕະພັນຈາກໄມ້. ການສົ່ງອອກກາເຟໃນປີຜ່ານມາກໍ່ບັນລຸໝາກຜົນພົ້ນເດັ່ນໃນຂະນະທີ່ບໍ່ທັນໝົດເດືອນພະຈິກ, ປະເພດສິນຄ້ານີ້ບັນລຸເກືອບ 1,7 ລ້ານໂຕນ ລວມມູນຄ່າ 3,5 ຕື້ USD. ນີ້ແມ່ນລະດັບສະຖິຕິຂອງມູນຄ່າສົ່ງອອກຂອງຂະແໜງນີ້.

          ພ້ອມກັບຂະແໜງສິນໃນນ້ຳ, ກາເຟ, ການສົ່ງອອກເຂົ້າສານ ກໍ່ບັນລຸຄາດໝາຍກ່ອນກຳນົດຂະນະທີ່ໃນ 11 ເດືອນ, ຂະແໜງນີ້ບັນລຸປະລິມານເກືອບ 6,7 ລ້ານໂຕນ, ລວມມູນຄ່າ 3,2 ຕື້ USD. 

ຕອບກັບ

ຂ່າວ/ບົດ​ອື່ນ