ປີ2014ຈະຫລຸດຜ່ອນບ່ອນຄ້າຂາຍຢາເສບຕິດ,ໂສເພນີໂດຍພື້ນຖານ

ປີ2014ຈະຫລຸດຜ່ອນບ່ອນຄ້າຂາຍຢາເສບຕິດ,ໂສເພນີໂດຍພື້ນຖານ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ກ່າວຄຳເຫັນ
ທີ່ກອງປະຊຸມ
ພາບ:chinhphu.vn


 (vovworld)-  ນີ້​ແມ່ນ​ຫນຶ່ງ​ໃນ​ບັນດາ​ຫນ້າ​ທີ່​ທີ່​ໄດ້​ວາງ​ອອກ​ໃນ​ກອງ​ປະຊຸມ​ທົ່ວ​ປະ​ເທດ​ສະຫລຸບ​ວຽກ​ງານ​ປີ 2013, ຜັນ​ຂະຫຍາຍ​ຫນ້າ​ທີ່​ປີ 2014 ຂອງ​ຄະນະ​ກຳມະການ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ້ອງ​ກັນ​ຕ້ານ​ໂລກ AIDS, ຢາ​ເສບ​ຕິດ, ​ໂສ​ເພ​ນີ ດຳ​ເນີນ​ໄປ​ໃນ​ຕອນ​​ເຊົ້າ​ວັນ​ທີ 10/1. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ, ປະທານ​ຄະນະ​ກຳມະການ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ້ອງ​ກັນ ​ແລະ ຕ້ານ​ໂລກ AIDS, ​ໄພ​ຢາ​ເສບ​ຕິດ, ​ໂສ​ເພນີ ​ໄດ້​ເນັ້ນ​ຫນັກ​ວ່າ: ປີ 2014, ຄະນະ​ກຳມະການ​ແຫ່ງ​ຊາດ​ ຈະ​ອີງ​ໃສ່​ວົງ​ຄະນາ​ຍາດ​ເພື່ອ​ລະດົມ​ກຳລັງ​ແຮງ​ຂອງ​ທັງ​ລະບົບ​ການ​ເມືອງ ​ແລະ ທົ່ວ​ປວງ​ຊົນ ​ເຂົ້າ​ຮ່ວມ​ວຽກ​ງານ​ປ້ອງ​ກັນ ​ແລະ ຕ້ານ​ໂລກ AIDS, ​ໄພ​ຢາ​ເສບ​ຕິດ, ​ໂສ​ເພນີ. ທ່ານ​ຮອງ​ນາຍົກລັດຖະມົນຕີ ສະ​ເຫ​ນີບັນດາ​ອົງການ​ຕຳຫລວດ, ​ໄອ​ຍະ​ການ​ປະຊາຊົນ ​ແລະ ສານ​ປະຊາຊົນ​ທຸກ​ຂັ້ນ ​ເພີ່ມ​ທະວີ​ວຽກ​ງານ​ສຳ​ຫລວດ, ຟ້ອງ​ສານ, ພິພາກສາ​ບັນດາ​ການ​ກະທຳ​ລະ​ເມີດ​ກົດໝາຍ, ກ່ຽວ​ກັບ​ການ​ປ້ອງ​ກັນ​,ຕ້ານ​ຢາ​ເສບ​ຕິດ, ​ໂສ​ເພນີ. ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ​ເປັນ​ເຈົ້າ​ການ​ສົມທົບ​ກັບ​ບັນດາ​ກະຊວງ​, ຂະ​ແຫນງ​ການ ​ແລະ ທ້ອງ​ຖິ່ນ​ຜັນຂະຫຍາຍ​ແຜນ​ຮ່າງ​ປ່ຽນ​ໃຫມ່​ວຽກ​ງານ​ບຳບັດ​ຢາ​ເສບ​ຕິດ. ຄະນະ​ກຳມະການ​ປະຊາຊົນ​ບັນດາ​ແຂວງ ຊາຍ​ແດນ ປະຕິບັດ​ບັນດາ​ໂຄງການ​ຢ່າງ​ມີ​ປະສິດທິ​ຜົນ, ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ຢາ​ເສບ​ຕິດ, ສຸມ​ໃສ່​ເຂົ້າ​ໃນ​ການ​ຮ່ວມ​ມື​ລົງທຶນ​ຕໍ່ສູ້​ຕ້ານ​ການ​ຄ້າຂາຍ, ຂົນ​ສົ່ງ​ຢາ​ເສບ​ຕິດ​ຜ່ານ​ຊາຍ​ແດນ.

 

 

 

 

 

ຂ່າວ/ບົດ​ອື່ນ