ປົກປັກຮັກສາ ແລະ ນຳໃຊ້ຊັບພະຍາກອນສັດປ່າຢູ່ຫວຽດນາມ ຢ່າງໝັ້ນຄົງ

ປົກປັກຮັກສາ ແລະ ນຳໃຊ້ຊັບພະຍາກອນສັດປ່າຢູ່ຫວຽດນາມ ຢ່າງໝັ້ນຄົງ - ảnh 1
ການ​ໂອ້​ລົມ​ສົນທະນາ​ກ່ຽວ​ກັບການ “ປົກ​ປັກ​ຮັກສາ
​ແລະ ນຳ​ໃຊ້​ຊັບພະຍາກອນ​ສັດປ່າ​ຢ່າງ​ໝັ້ນຄົງ”
(ພາບ: moitruongdulich.vn)


(vovworld) - ວັນ​ທີ 22/04, ຢູ່​ຮ່າ​ໂນ້ຍ, ກົມອະນຸລັກ​ຮັກສາ​ຊີ​ວະ​ນາໆ​ພັນ, ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ​ຫວຽດນາມ ​ໄດ້​ຈັດຕັ້ງການ​ໂອ້​ລົມ​ສົນທະນາ​ກ່ຽວ​ກັບການ “ປົກ​ປັກ​ຮັກສາ ​ແລະ ນຳ​ໃຊ້​ຊັບພະຍາກອນ​ສັດປ່າ​ຢ່າງ​ໝັ້ນຄົງ”. ກ່າວ​ຄຳ​ເຫັນ​ທີ່​ການ​ໂອ້​ລົມ​ສົນທະນາ, ທ່ານ​ຮອງ​ລັດຖະມົນຕີກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ​ ບຸ່ຍ​ແກ໋ກຕ໋ວຽນ ​ໃຫ້​ຮູ້​ວ່າ: ​ການ​ປົກ​ປັກ​ຮັກສາ ​ແລະ ນຳ​ໃຊ້ຊັບພະຍາກອນ​ສັດປ່າ​ໃນຜືນ​ແຜ່ນດິນ​ຂອງ​ປະ​ເທດ​ໜຶ່ງ ບໍ່​ພຽງ​ແຕ່​ອີ່ງ​ໃສ່ນະ​ໂຍບາຍ​ຂອງ​ປະ​ເທດ​ນັ້ນ​ເທົ່າ​ນັ້ນ, ຫາກ​ຍັງ​ຖືກງອບ​ງຳ​ດ້ວຍ​​ບັນດາ​ຂໍ້​ກຳນົດ​ສາກົນ ກໍ່​ຄື​ຜົນ​ສະທ້ອນ​ຂອງ​ປະ​ເທດ​ອື່ນໆ​ອີກ​ດ້ວຍ. ສະ​ນັ້ນ, ການ​ອະນຸລັກ​ຮັກສາ​ຊີ​ວະ​ນາໆ​ພັນເວົ້າ​ລວມ ​ແລະ ປົກ​ປັກ​ຮັກສາ​ສັດປ່າ​ປະ​ເພດ​ຕ່າງໆ​ເວົ້າ​ສະ​ເພາະ ຕ້ອງການ​ມີ​ການ​ຮ່ວມ​ມື​ສາກ​ົນ ກໍ່​ຄື​ຄວາມ​ມານະ​ພະຍາຍາມລະດັບ​ຊາດ. ທີ່​ການ​ໂອ້​ລົມ​ສົນທະນາ, ​ຜູ້​ແທນ​ໄດ້​ສຸມ​ໃສ່​ປຶກສາ​ຫາລື​ບັນດາ​ບັນຫາຄື: ຮູບ​ແບບ​ໃດ​ທີ່​ເໝາະ​ສົມ​ໃນ​​ເງື່ອນ​ໄຂ​ຂອງ​ຫວຽດນາມ; ຫວຽດນາມ ສາມາດ​ນຳ​ໃຊ້​ສິ່ງ​ໃດ​ຈາກ​ບັນດາ​ຮູບ​ແບບ​ຄຸ້ມ​ຄອງ​ສັດປ່າ​ຂອງ​ປະ​ເທດ​ອື່ນ; ຫວຽດນາມ ຄວນ​ຫ້າມ​ບໍ່​ວ່າ​ຮູບ​ແບບ​ໃດ​ໃນ​ການ​ລ້ຽງ ​ແລະ ​ການ​ຄ້າ​ຂາຍສັດ​ທີຮັບ​ບຸລິມະ​ສິດ​ປົກ​ປັກ​ຮັກສາ​ຫຼື​ບໍ່.

ຂ່າວ/ບົດ​ອື່ນ