ປົກປັກຮັກສາປ່າ,ປູກຕົ້ນໄມ້ກາຍເປັນຄວາມລຶງເຄີຍຂອງຊາວຫວຽດນາມ
ທ່ານ ຫງວຽນທ້ຽນເຍີນ ເຂົ້າຮ່ວມການປູກຕົ້ນໄມ້
|
(vovworld) - ຕອນເຊົ້າວັນທີ 6/2, ຢູ່ນະຄອນ ຫວີງອຽນ, ແຂວງ ຫວີງອຽນ ໄດ້ຈັດຕັ້ງພິທີຕອບສະໜອງ “ບຸນເຕັດປູກຕົ້ນໄມ້, ຮູ້ບຸນຄຸນປະທານ ໂຮ່ຈີມິນ ຕະຫຼອດໄປ”. ກ່າວຄຳເຫັນນະທີ່ນີ້, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຫງວຽນທ້ຽນເຍີນ ໄດ້ຢັ້ງຢືນວ່າ: ບຸນເຕັດປູກຕົ້ນໄມ້ກາຍເປັນຂະບວນການ, ຮີດຄອງປະເພນີອັນດີງາມຂອງປະຊາຊົນໃນຊຸມວັນຕ້ອນຮັບບຸນເຕັດ, ຕ້ອນຮັບລະດູບານໃໝ່, ປະກອບສ່ວນຕັ້ງໜ້າເຂົ້າໃນການປົກປັກຮັກສາສິ່ງແວດລ້ອມ, ພັດທະນາເສດຖະກິດສັງຄົມຂອງປະເທດຊາດ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ. ທ່ານ ຫງວຽນທ້ຽນເຍີນ, ເນັ້ນໜັກວ່າ: ຕ້ອງເຮັດໃຫ້ວຽກງານປົກປັກຮັກສາປ່າ, ການປູກປ່າຢູ່ທຸກໆແຖບຖິ່ນຂອງປະເທດຊາດກາຍເປັນຄວາມລື້ງເຄີຍ, ແບບແຜນການດຳລົງຊີວິດຂອງຊາວ ຫວຽດນາມ:
“ພວກເຮົາປົກປັກຮັກສາປ່າ, ປູກປ່າແມ່ນເພື່ອຫລຸດຜ່ອນສະພາບດິນເສາະເຈື່ອນ,ຮັກສາທາດດິນ, ຮັກສານ້ຳໃນປ່າ, ບໍ່ໃຫ້ເກີດພາຍຸນ້ຳຖ້ວມ. ການປູກປ່າ, ປູກຕົ້ນໄມ້ ເພື່ອຮັກສາອາກາດໃຫ້ສະອາດ, ສະໜອງໄມ້ໃຫ້ຂະແໜງໄມ້ພັດທະນາຮັບໃຊ້ປະເທດຊາດ, ເພີ່ມຫົ່ມເຢັນໃຫ້ເດັກລະຫຼິ້ນ, ໃຫ້ຜູ້ເຖົ້າຜັກຜ່ອນ, ເພີ່ມໝາກໄມ້ຮັບໃຊ້ຊີວິດການເປັນຢູ່ໃຫ້ແຕ່ລະຄອບຄົວ.”