ພິທີປຸກລະດົມຊົ່ວໂມງມອດໄຟທົ່ວໂລກ
(ພາບ: ຊົ່ວໂມງມອດໄຟທົ່ວໂລກ)
|
(vovworld) - ດ້ວຍຫົວຂໍ້ວ່າ “ການກະທຳນ້ອຍ, ຄວາມໝາຍໃຫຍ່“, ຊົ່ວໂມງມອດໄຟທົ່ວໂລກ, ເຊິ່ງຈຸດສູງແມ່ນການກະທຳມອດໄຟ ແລະ ບັນດາອຸປະກອນໄຟຟ້າທີ່ບໍ່ຈຳເປັນໃນ 1 ຊົ່ວໂມງແຕ່ 20ໂມງ30 - 21ໂມງ30 ຈະໄດ້ຮັບການສະໜັບສະໜູນຈາກຫວຽດນາມ ແລະ ບັນດາປະເທດຢູ່ໂລກໃນວັນທີ 19/3. ນີ້ແມ່ນປີທີ 8 ທີ່ຫວຽດນາມເຂົາຮ່ວມການເຄື່ອນໄຫວນີ້ແລ້ວ.
ຕອນເຊົ້າວັນທີ 5/3, ທີ່ພິທີປະກາດ ແລະ ປຸກລະດົມການມອດໄຟ ເພື່ອໜ່ວຍໂລກປີ 2016 ຢ່າງເປັນທາງການ ຢູ່ມະຫາວິທະຍາໄລຊັບພະວິຊາ ຮ່າໂນ້ຍ, ທ່ານ ຈິ້ງກວົກຫວູ, ຫົວໜ້າກົມ ວິທະຍາສາດ ເຕັກໂນໂລຢີ ແລະ ປະຢັດພະລັງງານ, ກະຊວງອຸດສາຫະກຳການຄ້າໄດ້ກ່າວວ່າ:
“ຜ່ານຫົວຂໍ້ນີ້, ພວກຂ້າພະເຈົ້າຢາກສົ່ງສານເຖິງທຸກຄົນທີ່ວ່າ, ພວກເຮົາແຕ່ລະຄົນຈົ່ງພ້ອມກັນກະທຳເພື່ອປົກປັກຮັກສາສິ່ງແວດລ້ອມ. ຈາກການກະທຳນ້ອຍໆຄືແນວນີ້, ຖ້າຫາກພວກເຮົາແຕ່ລະຄົນພ້ອມກັນປະຕິບັດ, ມັນຈະສ້າງຜົນສະທ້ອນທີ່ດີເຖິງທົ່ວສັງຄົມ, ຊ່ວຍໃຫ້ປະເທດພວກເຮົານັບມື້ນັບພັດທະນາ ແລະ ປົກປັກຮັກສາສິ່ງແວດລ້ອມ“.
ຕອນເຊົ້າວັນທີ 5/3, ຢູ່ນະຄອນ ໂຮ່ຈີມິນ ກໍ່ຈັດພິທີປຸກລະດົມການມອດໄຟເພື່ອໜ່ວຍໂລກປີ 2016, ດ້ວຍການເຂົ້າຮ່ວມຂອງນັກອາສາສະໝັກ, ສະມາຊິກຊາວໜຸ່ມ, ຊາວໜຸ່ມນະຄອນນັບພັນຄົນ.