ປຸກລະດົມການ ແຂ່ງຂັນສ້າງ "ໄຊຊະນະດ້ຽນບຽນຝູທາງອາກາດ”

ປຸກລະດົມການ ແຂ່ງຂັນສ້າງ
​ພິທີ​ປຸກລະດົມການ​ແຂ່ງຂັນສ້າງ ”​ໄຊຊະນະ​ດ້ຽນບຽນ​ຝູທາງ​ອາກາດ”​
(ພາບ: qdnd.vn)


(vovworld) - ວັນ​ທີ 12/11, ຢູ່​ຮ່າ​ໂນ້ຍ ​ໄດ້​ດຳ​ເນີນ​ພິທີ​ປຸກລະດົມການ​ແຂ່ງຂັນສ້າງ ”​ໄຊຊະນະ​ດ້ຽນບຽນ​ຝູທາງ​ອາກາດ”​ ໃນ​ທົ່ວ​ກອງທັບ. ນີ້​ແມ່ນ​ໂອກາດ​ເພື່ອ​​ໂຄສະນາ​ໃຫ້​ພະນັກງານ, ນັກຮົບ, ກຳມະກອນ, ພາລະ​ກອນ​ປ້ອງ​ກັນ​ປະ​ເທດ ກ່ຽວ​ກັບ​ວິລະ​ກຳ​ຂອງ​ທະຫານ ​ແລະ ປະຊາຊົນ​ຫວຽດນາມ​ໃນ​ບັ້ນ​ຮົບ 12 ວັນ ​ແລະ ຄືນ ”ຮ່າ​ໂນ້ຍ - ໄຊຊະນະ​ດ້ຽນບຽນ​ຝູທາງ​ອາກາດ”(​ເດືອນ 12/1972); ກ່ຽວ​ກັບ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຂອງ​ຊາດ, ​ເຈດ​ຈຳນົງ​ປະຕິວັດ​ບຸກ​ໂຈມ​ຕີ, ຈິດ​ໃຈ​ຕັດສິນ​ໃຈ​ສູ້​ຮົບ​ເພື່ອ​ຍາດ​ເອົາ​ໄຊຊະນະ​ຂອງ​ກອງທັບ ​ແລະ ປະຊາຊົນ​ຫວຽດນາມ, ​ໃນ​ນັ້ນ​ມີ​ກອງທັບ​ປ້ອງ​ກັນ​ອາກາດ​ - ກອງທັບ​ອາກາດວິລະ​ຊົນ. ດ້ານ​ອື່ນ​ເພື່ອ​ແນ​ໃສ່​ເສີມ​ຂະຫຍາຍ​ເຈດ​ຈຳນົງ, ຈິດ​ໃຈ, ມານະ​ຈິດ, ລັກສະນະ​ເປັນ​ເຈົ້າ​ຕົນ​ເອງ, ມີ​ຫົວຄິດ​ປະດິດ​ສ້າງ​ຂອງ​ພະນັກງານ, ນັກຮົບ​ແຕ່ລະຄົນ​ໃນ​ກອງທັບ​ປ້ອງ​ກັນ​ອາກາດ, ກອງ​ທັງ​ອາກາດ ​ໃນ​ການ​ເຝຶກ​ແອບ, ສະຕິ​ລະວັງ​ຕົວ, ກຽມພ້ອມ​ສູ້​ຮົບ, ປົກ​ປັກ​ຮັກສາ​ເຂດ​ນານ​ຟ້າ​ຂອງ​ປະ​ເທດ​ຫວຽດນາມ​ ໃຫ້​ມີ​ຄວາມ​ສະຫງົບ​ຢ່າງ​ໝັ້ນຄົງ.

ຂ່າວ/ບົດ​ອື່ນ