ປຸກລະດົມການປູກປ່າ, ປົກປັກຮັກສາຝັ່ງທະເລຢູ່ແຂວງ ກາເມົາ

(VOVWORLD) - ວັນທີ 20 ກໍລະກົດ, ທີ່ແຂວງ ກາເມົາ, ກະຊວງກະສິກຳພັດທະນາ - ຊົນນະບົດ ຫວຽດນາມ ແລະ ອົງການຮ່ວມມືພັດທະນາ ເຢຍລະມັນ (GIZ) ໄດ້ສົມທົບກັບຄະນະກຳມະການປະຊາຊົນແຂວງ ກາເມົາ 

ຈັດຕັ້ງພິທີປຸກລະດົມບັ້ນປູກປ່ານ້ຳເຄັມ ແລະ ປົກປັກຮັກສາຫາດຊາຍແຄມຝັ່ງທະເລຢູ່ບາງແຂວງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ. ກ່າວຄຳເຫັນທີ່ພິທີປຸກລະດົມ, ທ່ານ ຫງວຽນຮ່ວາງຮຽບ, ຮອງລັດຖະມົນຕີກະຊວງກະສິກຳພັດທະນາ - ຊົນນະບົດ ຫວຽດນາມ ໃຫ້ຮູ້ວ່າ:

        ນີ້ແມ່ນໂອກາດເພື່ອໃຫ້ພະນັກງານ, ປະຊາຊົນບັນດາແຂວງແຄມທະເລເຂດຢູ່ທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ແລະ ພວກເຮົາທັງໝົດ ຍົກສູງສະຕິຄວາມຮັບຮູ້ໃນການປົກປັກຮັກສາປ່ານ້ຳເຄັມ, ປົກປັກຮັກສາເຂດດິນແດນແຄມທະເລ; ເຂົ້າໃຈແຈ້ງຜົນປະໂຫຍດ, ຄຸນຄ່າໂດຍປ່ານ້ຳເຄັມນຳມາໃຫ້. ຈາກນັ້ນ, ຕັ້ງໜ້າເຂົ້າຮ່ວມການປູກ, ປົກປັກຮັກສາ, ພັດທະນາປ່ານ້ຳເຄັມ, ປົກປັກຮັກສາເຂດດິນແຄມທະເລ.

ປຸກລະດົມການປູກປ່າ, ປົກປັກຮັກສາຝັ່ງທະເລຢູ່ແຂວງ ກາເມົາ - ảnh 1ທີ່ພິທີປຸກລະດົມ (ພາບ: nhandan.com.vn)

        ພາຍຫລັງພິທີປຸກລະດົມ, ບັນດາຜູ້ແທນ ແລະ ປະຊາຊົນທ້ອງຖິ່ນໄດ້ເຂົ້າຮ່ວມການປູກປ່ານ້ຳເຄັມຢູ່ເຂດທີ່ຂຶ້ນກັບຕາແສງ ແຄ໊ງບີ່ງໄຕ, ເມືອງ ເຈິ່ນວັນເທີ່ຍ, ແຂວງ ກາເມົາ.

ຕອບກັບ

ຂ່າວ/ບົດ​ອື່ນ