ປຸກລະດົມການປະກວດບົດ ແລະ ແຕ່ງເພງກ່ຽວກັບໝູ່ເກາະ Truong Sa

ປຸກລະດົມການປະກວດບົດ ແລະ ແຕ່ງເພງກ່ຽວກັບໝູ່ເກາະ Truong Sa - ảnh 1
( ພາບປະກອບ )

( vovworld ) –   ​ວັນ​ທີ 26/4, ຢູ່​ນະຄອນ ​ໂຮ່ຈິ​ມິນ, ຄະນະ​ກຳ​ມະ​ການ​ປະຊາຊົນ​ແຂວງ Khanh Hoa ​ໄດ້​ຈັດ​ຕັ້ງ​ການ​ປະຊຸມຂ່າວ​ເພື່ອປຸກລະດົມ​ການ​ແຂ່ງ​ຂັນ​ຜົນງານ​ດ້ານ​ຂ່າວສານ ​ແລະ ​ແຕ່ງ​ເພງ​ກ່ຽວ​ກັບ​ຫົວ​ຂໍ້ “ Truong Sa ​ແລະ ທະ​ເລ​ໝູ່​ເກາະ​​ແຫ່ງບ້ານ​ເກີດ​ເມືອງ​ນອນ Khanh Hoa ”. ​ເນື້ອ​ໃນ​ບັນ​ດາຜົນງານ​ດ້ານ​ຂ່າວສານ​ເຂົ້າ​ຮ່ວມ​ການ​ເສັງ​​ແນະນຳ ​ແລະ ຍ້ອງຍໍສັນລະ​ເສີນຄວາມງາມທຳ​ມະ​ຊາດ, ຄວາມ​ສາມາດ​ບົມຊ້ອນ​ຂອງ Truong Sa ​ແລະ ບັນດາ​ເຂດ​ທະ​ເລ​ໝູ່​ເກາະ​ຂອງ​ບ້ານ​ເກີດ​ເມືອງ​ນອນ Khanh Hoa; ສ່ອງ​ແສງ ​ແລະ ຍ້ອງຍໍ​ສັນລະ​ເສີນນ້ຳ​ໃຈ​ມິດຕະພາບ​ຂອງ​ບັນດາ​ປະ​ເທດ, ບັນດາ​ເຜົ່າ ກໍ​ຄືມູນ​ເຊື້ອ​​ແຫ່ງການ​ຕໍ່ສູ້, ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ຂອງ​ລຸ້ນພໍ່ ລຸ້ນອ້າຍ​ນັບ​ພັນ​ປີ​ມາ​ນີ້ ​ເພື່ອ​ປົກ​ປັກ​ຮັກສາບັນດາ​ເຂດ​ທະ​ເລ, ໝູ່​ເກາະ​​​ແຫ່ງສັກກະ​ລະບຸ​ຊາ​ຂອງ​ປະ​ເທດ​ຊາດ ​ແລະ ສ່ອງ​ແສງບັນດາ​ຜົນງານ​ທີ່​ໃຫຍ່​ຫຼວງ​ເຊິ່ງອົງຄະ​ນະ​ພັກ ​ແລະ ປະຊາຊົນ​ແຂວງ Khanh Hoa ຍາດ​ມາ​ໄດ້ພາຍ​ໃຕ້​ການ​ຊີ້​ນຳນຳພາ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​​ເພື່ອພາລະກິດ​ສ້າງ​ສາ ​ແລະ ປົກ​ປັກ​ຮັກສາ​ອະທິປະ​ໄຕ​ທະ​ເລ​ໝູ່​ເກາະ​ອັນ​ຄົບ​ຖ້ວນ… ​ເປົ້າ​ໝາຍ​ເຂົ້າ​ຮ່ວມ​ການ​ເສັງ​ຄັ້ງ​ນີ້​ແມ່ນ​ບັນດາ​ນັກ​ດົນຕີ, ນັກ​ຂ່າວ​ອາຊີບ ​ແລະ ສະໝັກ​ຫຼີ້ນທີ່​ພວມ​ດຳລົງ​ຊີວິດ, ຮໍ່າຮຽນ, ​ເຮັດ​ວຽກຢູ່​ທັງ​​ພາຍ​ໃນ ​ແລະ ຕ່າງປະ​ເທດລ້ວນ​ແຕ່ສາມາດ​ຝາກ​ບົດ​ຂຽນເຂົ້າ​ຮ່ວມ​ການ​ເສັງ. ​ກຳນົດເວລາ​​ຮັບ​ບົດ​ເສັງ​ແມ່ນ​ແຕ່​ວັນ​ທີ 30/4/2012 ຮອດ​ວັດ​ທີ 2/4/2013.

ຂ່າວ/ບົດ​ອື່ນ