ປຸກລະດົມການສຽງພາບຖ່າຍສິລະປະກ່ຽວກັບມໍລະດົກອ່າວຮ້າລອງ

ປຸກລະດົມການສຽງພາບຖ່າຍສິລະປະກ່ຽວກັບມໍລະດົກອ່າວຮ້າລອງ - ảnh 1
(ພາບປະກອບ)

(vovworld) – ​ເພື່ອ​ມຸ່ງ​ໄປ​ສູ່​ການສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງ​ອ່າວ​ຮ້າ​ລອງ ​ໄດ້​ຮັບ​ການ​ຮັບຮອງ​ເປັນ​ມໍລະດົກ​ທຳ​ມະ​ຊາດ​ໂລກ (1994 - 2014), ຕອນ​ເຊົ້າ​ວັນ​ທີ 08/09, ຢູ່​ຮ່າ​ໂນ້ຍ, ສະມາຄົມ​ນັກ​ສິລະ​ປິນຖ່າຍຮູບ​ຫວຽດນາມ ສົມທົບ​ກັບ​ສະມາຄົມ​ວັນນະຄະດີ​ສິລະ​ປະ​ແຂວງ ກວາງ​ນິງ ​ໄດ້ປຸກລະດົມ​ການ​ເສັງ​ພາບ​ຖ່າຍ​ສິລະ​ປະ ດ້ວຍ​ຫົວ​ຂໍ້ “ອ່າວ​ຮ້າ​ລອງ - ມໍລະດົກ​ທຳ​ມະ​ຊາດ​ໂລກ”. ຮູບ​ຖ່າຍ​ຕ້ອງ​ໄດ້​ຖ່າຍ​ໃນ​ໄລຍະ​ແຕ່​ປີ 2012 ມາ​ຮອດ​ປະຈຸ​ບັນ, ​ໃນ​ຂອບ​ເຂດ​ອ່າວ​ຮ້າ​ລອງ, ​ແຂວງ​ກວາງ​ນິງ; ພາບ​ຖ່າຍ​ຕ້ອງສະ​ແດງ​​ໃຫ້​ເຫັນບັນດາ​ຈຸດ​ພິ​ເສດກ່ຽວ​ກັບ​ທິວ​ທັດ​ທຳ​ມະ​ຊາດ, ຊັບພະຍາກອນດ້ານ​ການ​ທ່ອງ​ທ່ຽວ, ວຽກ​ງານ​ອະນຸລັກ​ຮັກສາ​ວັດທະນະທຳ​ໃນ​ອ່າວ. ການ​ເສັງ​ຈະ​ສິ້ນ​ສຸດ​ລົງ​ໃນ​ວັນ​ທີ 01/10. ພິທີ​ສະຫຼຸບ, ມອບລາງວັນ ​ແລະ ງານ​ວາງສະ​ແດງ​ພາບ​ຖ່າຍ​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 14/10/2014 ຢູ່​ຫໍພິພິດ​ຕະພັນ​ກວາງ​ນິງ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 20 ​ປີແຫ່ງ​ອ່າວ​ຮ້າ​ລອງ ໄດ້​ຮັບ​ການ​ຮັບຮອງ​ເປັນ​ມໍລະດົກ​ທຳ​ມະ​ຊາດ​ໂລກ.

ຂ່າວ/ບົດ​ອື່ນ