ປຸກລະດົມການເສັງຮູບຖ່າຍສິລະປະສາກົນຄັ້ງທີ8ຢູ່ຫວຽດນາມ
(ຮູບປະກອບ: Thanh Tung/TTXVN)
(vovworld) – ສະມາຄົມນັກຖ່າຍຮູບຫວຽດນາມ ຫາກໍປຸກລະດົມການເສັງຮູບຖ່າຍສິລະປະສາກົນຄັ້ງທີ 8 ຢູ່ ຫວຽດນາມ ປີ 2015 ດ້ວຍການອຸປະຖຳຂອງສະຫະພັນສິລະປະຖ່າຍຮູບສາກົນ (FIAP) ແລະ ອົງການຮູບຖ່າຍບໍ່ມີພົມແດນຝຣັ່ງ (ISF). ການເສັງຮູບຖ່າຍສະຫງວນໃຫ້ບັນດານັກຖ່າຍຮູບໃນທົ່ວໂລກ ດ້ວຍ 4 ເນື້ອໃນຫົວຂໍ້ທີ່ໄດ້ຍົກອອກມາສຳລັບຮູບຖ່າຍສີ ແລະ ຮູບຖ່າຍສີດຽວ ແມ່ນ: ຄວາມເສລີ, ແມ່ຍິງ ແລະ ວຽກເຮັດງານທຳ; ຮູບຖ່າຍວັດຖຸ ໂດຍລະອຽດແມ່ນ: ຮູບຖ່າຍສິລະປະດ້ວຍເນື້ອໃນ “ເສລີ” ແມ່ນມີທຸກຫົວຂໍ້, ຮູບການ ແລະ ວິທີສະແດງ. ສ່ວນຫົວຂໍ້ “ແມ່ຍິງ ແລະ ວຽກເຮັດງານທຳ” ຈະພັນລະນາ, ວາດພາບເຖິງການອອກແຮງງານຂອງຜູ້ຍິງຢູ່ທຸກແຫ່ງໃນໂລກ ສ່ວນຫົວຂໍ້ “ວັດຖຸ” ບັນດານັກຖ່າຍຮູບອາດຈະພັນລະນາວັດຖຸສິ່ງຂອງທີ່ຕິດພັນກັບການດຳລົງຊີວິດຂອງມະນຸດ, ນຳມາໃຫ້ຜູ້ຊົມຄວາມຮູ້ສຶກກ່ຽວກັບຄວາມໝາຍວັດທະນະທຳມະນຸດ ແລະ ສັງຄົມ.