ປຸກລະດົມການເສັງແຕ້ມພາບແລະposterກ່ຽວກັບສິ່ງແວດລ້ອມ

 ປຸກລະດົມການເສັງແຕ້ມພາບແລະposterກ່ຽວກັບສິ່ງແວດລ້ອມ - ảnh 1
ພິ​ທີ​ປຸກ​ລະ​ດົມ​ແຕ້ມ​ພາບ​ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ
ພາບ:dangcongsan

(vovworld)- ​ ​ ​ວັນ​ທີ 30/6 ຢູ່ ຮ່າ​ໂນ້ຍ, ກົມ​ໃຫຍ່​ສິ່ງ​ແວດ​ລ້ອມ ສັງ​ກັດ​ກະ​ຊວງ​ຊັບ​ພະ​ຍາ​ກອນ​ ແລະ ສິ່ງ​ແວດ​ລ້ອມ ສົມ​ທົບ​ກັບ​ອົງ​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ ສ​ປ​ຊ UNIDO ແລະ ກອງ​ທຶນ​ສິ່ງ​ແວດ​ລ້ອມ​ທົ່ວ​ໂລກ GEF ໄດ້​ຈັດ​ຕັ້ງ​ພິ​ທີ​ປຸກ​ລະ​ດົມ​ການ​ເສັງ “ແຕ້ມ​ພາບ ແລະ ແຕ້ມ poster” ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ. ການ​ເສັງ​ແມ່ນນອນ​ໃນ​ຂອບ​ເຂດ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ Stockkholm ກ່ຽວ​ກັບ​ບັນ​ດາ​ທາດ​ມົນ​ລະ​ພິດ​ອິນ​ຊີ​ຍາກ​ທີ່ເປື່ອຍ​ສະ​ຫລາຍ​ໄດ້ ໂດຍ ສ​ປ​ຊ ຈັດ​ຕັ້ງ​ຢູ່​ຫລາຍ​ປະ​ເທດ​ໃນ​ໂລກ. ນີ້​ແມ່ນ​ໂອ​ກາດ​ເພື່ອ​ໂຄ​ສະ​ນາ​ເພື່ອ​ໃຫ້​ປະ​ຊາ​ຊົນມີ​ຄວາມ​ເຂົ້າ​ໃຈ​ກວ່າ​ກ່ຽວ​ກັບ​ບັນ​ດາ​ທາດ​ມົນ​ລະ​ພິດ​ອິ​ນ​ຊີ​ນ​ຍາກ​ທີ່​ເປື່ອຍ​ສະ​ຫລາຍ​, ສິ່ງ​ເສດ​ເຫລືອ​ສົ່ງ​ຜົນ​ຮ້າຍ, ບັນ​ດາ​ມາດ​ຕະ​ການ​ກ່ຽວ​ກັບ​ການ​ຫລຸດ​ຜ່ອນ, ນຳ​ໃຊ້​ຄືນ​ໃຫມ່, ຜະ​ລິດ​ຄືນ​ໃຫມ່ ແລະ ສະ​ພາບ​ມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ​ປະ​ຈຸ​ບັນ​ຢູ່​ຫວຽດ​ນາມ. ຜ່ານນັ້ນ ປະ​ກອບ​ສ່ວນ​ຍົກ​ສູງ​ຄວາມ​ຮັບ​ຮູ້​ໃນ​ວົງ​ຄະ​ນາ​ຍາດ, ເປັນ​ຕົ້ນ​ແມ່ນໄວ​ຫນຸ່ມໃນ​ການ​ປົ​ກ​ປັກ​ຮັກ​ສາ ແລະ ນຳ​ໃຊ້​ແຫລ່ງ​ຊັບ​ພະ​ຍາ​ກອນ​ແບບ​ຍືນ​ຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ