ປຸກລະດົມການແຂ່ງຂັນກ່ຽວກັບການຖະແຫລງຂ່າວການຕ່າງປະເທດປີ 2018 ໃນທົ່ວປະເທດ

(VOVWORLD) -ພິທີປຸກລະດົມການແຂ່ງຂັນກ່ຽວກັບການຖະແຫລງຂ່າວການຕ່າງປະເທດປີ 2018 ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 22 ພະຈິກ ຢູ່ ຮ່າໂນ້ຍ.

ການແຂ່ງຂັນດັ່ງກ່າວຖືກຈັດຂຶ້ນເພື່ອຮັບຮູ້ ແລະ ເຊີດຊູບັນດານັກຂ່າວ, ຜະລິດຕະພັນສື່ມວນຊົນ ແລະ ປື້ມ ທີ່ດີເດັ່ນໃນຂົງເຂດຖະແຫລງຂ່າວການຕ່າງປະເທດ.  ນີ້ກໍ່ແມ່ນຫນຶ່ງໃນ 4 ລາງວັນລະດັບຊາດ, ມີຂອບຂະຫນາດໃຫຍ່ສຸດໃນຂົງເຂດສື່ມວນຊົນຂອງຫວຽດນາມ. ກ່າວຄຳເຫັນນະທີ່ນີ້ ທ່ານ ບູ່ຍເຈື່ອງຢາງ, ຮອງຫົວຫນ້າຄະນະໂຄສະນາສຶກສາສູນກາງ, ຮອງຫົວຫນ້າຄະນະປະຈຳຄະນະຊີ້ນຳວຽກງານຖະແຫລງຂ່າວການຕ່າງປະເທດ ຢືນຢັນວ່າ:

“ໃນຊຸມປີຜ່ານມາ ພັກ, ລັດ ມີຄວາມເອົາໃຈໃສ່ເຖິງວຽກງານຖະແຫລງຂ່າວການຕ່າງປະເທດ. ຜ່ານການຈັດຕັ້ງມາເປັນ 4 ຄັ້ງ, ການແຂ່ງຂັນການຖະແຫລງຂ່າວການຕ່າງປະເທດໃນທົ່ວປະເທດແມ່ນຮູບການຫນຶ່ງໃນການຖະແຫລງຂ່າວການຕ່າງປະເທດທີ່ມີອິດທິພົນຊື່ສຽງ, ປະກອບສ່ວນໂຄສະນາບັນດາຜົນງານພັດທະນາເສດຖະກິດສັງຄົມ, ການປ່ຽນແປງໃຫມ່ຂອງປະເທດຫວຽດນາມ ທີ່ມີຄວາມຂະຫຍັນຂັນເຄື່ອນ, ເປັນເຈົ້າການ, ຕັ້ງຫນ້າ, ເຊື່ອມໂຍງເຂົ້າກັບສາກົນ ແລະ ແມ່ນສະມາຊິກມີຄວມຮັບຜິດຊອບໃນປະຊາຄົມສາກົນ.”

ບັນດາບົດເຂົ້າຮ່ວມການແຂ່ງຂັນ ເປັນພາສາຫວຽດ ແລະ ພາສາຕ່າງປະເທດ ຂຶ້ນກັບ ສື່ສິ່ງພິມ, ສື່ເອເລັກໂຕນິກ, ຫນ້າແວບ, ກະຈາຍສຽງ, ໂທລະພາບ, ຂ່າວພາບ, ພາບທິວທັດທຳມະຊາດ ແລະ ປື້ມ ທີ່ໄດ້ລົງຜ່ານບັນດາພາຫະນະສື່ມວນຊົນ ທີ່ຖືກຕ້ອງກັບກົດໝຍຂອງຫວຽດນາມ ຫລື ໃນສື່ມວນຊົນຕ່າງປະເທດໃນປີ 2018. ການມອບລາງວັນຈະຖືກຈັດຂຶ້ນໃນເດືອນພຶດສະພາປີ 2019.

ຕອບກັບ

ຂ່າວ/ບົດ​ອື່ນ