ປຸກ​ລະ​ດົມ​ການ​ແຂ່​ງ​ຂັນ​ຊີງລາງວັນ ​ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດໃນ​ດິນ​ແດນຫວຽດ​ 2020

(VOVWORLD) - ວັນທີ 22 ກໍລະກົດ, ຢູ່ຮ່າໂນ້ຍ, ການແຂ່ງຂັນຊີງລາງວັນຜູ້ມີຄວາມເກັ່ງກ້າສາມາດໃນດິນແດນຫວຽດ 2020 ໄດ້ປຸກລະດົມດ້ວຍຫົວຂໍ້ “ກຳລັງແຮງໃນການຫັນເປັນດີຈີຕອນ”. 

ປຸກ​ລະ​ດົມ​ການ​ແຂ່​ງ​ຂັນ​ຊີງລາງວັນ ​ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດໃນ​ດິນ​ແດນຫວຽດ​ 2020 - ảnh 1ການຖະແຫຼງຂ່າວປຸກລະດົມການແຂ່ງຂັນຊີງລາງວັນ ຜູ້ມີຄວາມເກັ່ງກ້າສາມາດໃນດິນແດນ ຫວຽດ 2020

(ພາບ: hanoimoi.com.vn)

ຫົວຂໍ້ຂອງປີນີ້ມຸ່ງໄປສູ່ໂຄງການຫັນເປັນດີຈີຕອນແຫ່ງຊາດຮອດປີ 2025, ກຳນົດທິດຮອດປີ 2030 ດ້ວຍເປົ້າໝາຍ ຫັນເປັນດີຈີຕອນໃນທົ່ວປະເທດ ຫວຽດນາມ, ເປັນປະເທດນຳໜ້າໃນການທົດລອງນຳໃຊ້ບັນດາເຕັກໂນໂລຢີ ແລະ ຮູບແບບໃໝ່, ຈາກນັ້ນມີບັນດາການປ່ຽນແປງໂດຍພື້ນຖານ, ຮອບດ້ານໃຫ້ແກ່ການເຄື່ອນໄຫວຄຸ້ມຄອງ, ບໍລິຫານຂອງລັດຖະບານ, ການເຄື່ອນໄຫວຜະລິດ, ດຳເນີນທຸລະກິດຂອງວິສາຫະກິດ, ວີຖີການດຳລົງຊີວິດ ແລະ ເຮັດວຽກຂອງປະຊາຊົນ. ໂຄງການຫັນເປັນດີຈີຕອນແຫ່ງຊາດກໍ່ມຸ່ງໄປສູ່ເປົ້າໝາຍຄວບຄູ່ແມ່ນທັງພັດທະນາລັດຖະບານດີຈີຕອນ, ເສດຖະກິດດີຈີຕອນ, ສັງຄົມດີຈີຕອນ, ທັງສ້າງບັນດາວິສາຫະກິດເຕັກໂນໂລຢີດີຈີຕອນຢູ່ຫວຽດນາມໃຫ້ມີກຳລັງຄວາມສາມາດອອກໄປສູ່ທົ່ວໂລກ.

        ເວລາເຂົ້າຮ່ວມການແຂ່ງຂັນຊີງລາວັນນີ້ແມ່ນເລີ່ມຕົ້ນແຕ່ວັນທີ 22 ກໍລະກົດຮອດ 15 ຕຸລາ 2020. ພິທີມອບລາງວັນຄາດວ່າຈະໄດ້ຈັດຕັ້ງຢູ່ຮ່າໂນ້ຍໃນເດືອນທັນວາ 2020.

ຕອບກັບ

ຂ່າວ/ບົດ​ອື່ນ