ປຸກລະດົມທົ່ວປວງຊົນປະຕິບັດຂະບວນການ “ຕອບບຸນແທນຄຸນ”
ທ່ານຮອງນາຍົກລັດຖະມົນຕີ Nguyen Thien Nhan ເຂົ້າຮ່ວມພິທີປຸກລະດົມ
(ພາບ: VGP/Tu Luong)
(vovworld) - ຕອນເຊົ້າວັນທີ 18/5, ຢູ່ຮ່າໂນ້ຍ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ຈັດຕັ້ງພິທີປຸກລະດົມ ທົ່ວປວງຊົນປະຕິບັດຂະບວນການ “ຕອບບຸນແທນຄຸນ” ແຕ່ວັນທີ 19/5 ຫາວັນທີ 27/7/2012. ທີ່ພິທີປຸກລະດົມ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ Huynh Dam ສະເໜີວ່າ:
“ເບິ່ງແຍງດູແລ, ຊ່ວຍເຫຼືອ, ປຸກລະດົມບັນດາທະຫານເສຍອົງຄະ, ທະຫານເຈັບປ່ວຍ,ຄອບຄົວນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ, ຄອບຄົວມີຄຸນງາມຄວາມດີຕໍ່ປະເທດຊາດ ແມ່ນນ້ຳໃຈ, ຄວາມຮັບຜິດຊອບຂອງທັງລະບົບການເມືອງ, ຂອງທຸກຂັ້ນ, ທຸກຂະແໜງການ, ຂອງທົ່ວສັງຄົມ ແລະ ຂອງປະຊາຊົນແຕ່ລະຄົນ. ຂ້າພະເຈົ້າຮຽກຮ້ອງໃຫ້ທຸກຂັ້ນ, ທຸກຂະແໜງການ ພ້ອມກັບພໍ່ແມ່ປະຊາຊົນ, ນັກຮົບໃນທົ່ວປະເທດ, ພໍ່ແມ່ປະຊາຊົນຫວຽດນາມອາໄສຢູ່ຕ່າງປະເທດ ສືບຕໍ່ເສີມຂະຫຍາຍມູນເຊື້ອສາມັກຄີ, ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ, ຕັ້ງໜ້າຕອນສະໜອງບັ້ນຂົນຂວາຍ ທົ່ວປວງຊົນປະຕິບັດຂະບວນການ “ຕອບບຸນແທນຄຸນ”, ປະກອບສ່ວນຍົກສູງສະຕິຄວາມຮູ້ ແລະ ຍາມໃດກໍນັບຖືຄຸນງາມຄວາມດີອັນໃຫຍ່ຫຼວງຂອງບັນດາວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດ ແລະ ບັນດາຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ”
ກໍທີ່ພິທີປຸກລະດົມນີ້, ທ່ານຮອງນາຍົກລັດຖະມົນຕີ Nguyen Thien Nhan ສະເໜີວ່າ: ທຸກຂັ້ນ, ທຸກຂະແໜງການ ປັບປຸງ, ຍົກສູງຊີວິດດ້ານວັດຖຸ, ຈິດໃຈຂອງຜູ້ມີຄຸນງາມຄວາມດີຢ່າງບໍ່ຢຸດຢັ້ງ, ຜັນຂະຫຍາຍນະໂຍບາຍກ່ຽວກັບຜູ້ມີຄຸນງາມຄວາມດີຕາມຈິດໃຈຂອງມະຕິກອງປະຊຸມສູນກາງຄັ້ງທີ 5 ຂອງພັກ.