ປຸກ​ລະ​ດົມ​ປີ​ຈະ​ລາ​ຈອນ 2021 ​ຢ່າງ​ປອດ​ໄພ

(VOVWORLD) -ຕັດສິນໃຈຫຼຸດອັດຕາກໍລະນີເກີດອຸປະຕິເຫດ, ຈຳນວນຜູ້ເສຍຊີວິດ, ຜູ້ຮັບບາດເຈັບຍ້ອນ ອຸປັດຕິເຫດໃນການຈະລາຈອນລົງແຕ່ 5 – 10% ເມື່ອທຽບໃສ່ປີ 2020.
ປຸກ​ລະ​ດົມ​ປີ​ຈະ​ລາ​ຈອນ 2021 ​ຢ່າງ​ປອດ​ໄພ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ເຈືອງຮວ່າບິ່ງ ກ່າວຄຳເຫັນທີ່ພິທີ (ພາບ: qdnd.vn)

ຕອນເຊົ້າວັນທີ 5 ມັງກອນ, ຢູ່ຮ່າໂນ້ຍ, ຄະນະກຳມະການແຫ່ງຊາດກ່ຽວກັບຄວາມປອດໄພໃນການຈະລາຈອນ ໄດ້ສົມທົບກັບ ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຈັດຕັ້ງ ພິທີປຸກລະດົມເຄື່ອນພົນ ປີຈະລາຈອນ 2021 ຢ່າງປອດໄພ ແລະ ບັ້ນເຄື່ອນໄຫວຈຸດສູງຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນການຈະລາຈອນ ເນື່ອງໃນໂອກາດ ບຸນປີໃໝ່ປະຈຳຊາດປີສະລຸ ແລະ ງານບຸນລະດູບານໃໝ່ ປີ 2021. ກ່າວຄຳເຫັນປຸກລະດົມທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ເຈືອງຮວ່າບິ່ງ ຮຽກຮ້ອງໃຫ້ຄະນະກຳມະການແຫ່ງຊາດກ່ຽວກັບຄວາມປອດໄພໃນການຈະລາຈອນ, ບັນດາກະຊວງ, ຂະແໜງການ, ອົງການຈັດຕັ້ງມະຫາຊົນ ແລະ ຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນຂຶ້ນກັບສູນກາງ ຊີ້ນຳ ແລະ ຈັດຕັ້ງຜັນຂະຫຍາຍປະຕິບັດ ແຜນການ  ປີຈະລາຈອນ 2021 ຢ່າງປອດໄພ  ດ້ວຍຫົວຂໍ້ “ຍົກສູງປະສິດທິພາບ, ປະສິດທິຜົນການປະຕິບັດກົດໝາຍໃນການຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນການຈະລາຈອນ” ໃຫ້ມີປະສິດທິຜົນ; ຕັດສິນໃຈຫຼຸດຜ່ອນອັດຕາກໍລະນີເກີດອຸປະຕິເຫດ, ຈຳນວນຜູ້ເສຍຊີວິດ, ຜູ້ຮັບບາດເຈັບຍ້ອນ ອຸປັດຕິເຫດໃນການຈະລາຈອນລົງແຕ່ 5 – 10% ເມື່ອທຽບໃສ່ປີ 2020 ແລະ  ປະຕິບັດຂໍ້ກຳນົດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ ໂຄວິດ - 19 ຢ່າງເຂັ້ມງວດ.

ຕອບກັບ

ຂ່າວ/ບົດ​ອື່ນ