ປຸກລະດົມວັນບຸນແລ່ນ Olympic ເພື່ອສຸຂະພາບຂອງທົ່ວປວງຊົນປີ 2021

(VOVWORLD) -ຂະບວນການອອກກຳລັງກາຍມະຫາຊົນສືບຕໍ່ໄດ້ຮັບການຜັນຂະຫຍາຍຢ່າງກວ້າງຂວາງໃນທົ່ວປະເທດ

ພີທີປຸກລະດົມວັນບຸນແລ່ນ Olympic ເພື່ອສຸຂະພາບຂອງທົ່ວປວງຊົນປີ 2021 ໄດ້ດຳເນິີນໃນຕອນເຊົ້າວັນທີ 21 ມີນາ ແລະ ບັ້ນຂົນຂວາຍ “ທົ່ວປວງຊົນອອກກຳລັງກາຍຕາມແບບຢ່າງຂອງປະທານໂຮ່ຈີມິນ ທີ່ຍິ່ງໃຫຍ່” ໄລຍະ 2021-2030 ໄດ້ຖືກ ຈັດຕັ້ງໂດຍສົມທົບກັນຢູ່ສະໜາມຫຼວງ ຮ່ວາບິ່ງ, ແຂວງ ເຮົ້າຢາງ, ດ້ວຍການເຂົ້າຮ່ວມຂອງ 6.000 ຄົນ.

ພາຍຫຼັງພິທີປຸກລະດົມ, ບັນດາຕາແສງ, ເທດສະບານເມືອງ, ຫົວໜ່ວຍ… ຂຶ້ນກັບ 63 ແຂວງ, ນະຄອນໃນທົ່ວປະເທດກໍ່ໄດ້ຈັດຕັ້ງວັນບຸນແລ່ນ Olympic ເພື່ອສຸຂະພາບຂອງທົ່ວປວງຊົນປີ 2021 ແລະ ບັນດາການເຄື່ອນໄຫວກິລາມະຫາຊົນຂຶ້ນຕາມລຳດັບ ຢູ່ບັນດາສະຖານທີ່ສາທາລະນະໃນບໍລິເວນໃນເດືອນ ມີນາ 2021.

ຂະບວນການອອກກຳລັງກາຍມະຫາຊົນສືບຕໍ່ໄດ້ຮັບການຜັນຂະຫຍາຍຢ່າງກວ້າງຂວາງໃນທົ່ວປະເທດ, ເຊິ່ງສະແດງອອກຜ່ານການເພີ່ມຈຳນວນຜູ້ເຂົ້າຮ່ວມການອອກກຳລັງກາຍເປັນປະຈຳ. ອັດຕາຜູ້ອອກກຳລັງກາຍເປັນປະຈຳໃນປີ 2010 ບັນລຸ 23,6%, ຮອດປີ 2020 ບັນລຸກວ່າ 34% ລື່ນຄາດໝາຍຂອງບັ້ນຂົນຂວາຍກວ່າ 1%.

ຕອບກັບ

ຂ່າວ/ບົດ​ອື່ນ