ປຶກສາ​ຫາລື​ກົດໝາຍ ​ວ່າ​ດ້ວຍ​ການ​ລົງທຶນ ​ຂອງ​ລັດ


ປຶກສາ​ຫາລື​ກົດໝາຍ ​ວ່າ​ດ້ວຍ​ການ​ລົງທຶນ ​ຂອງ​ລັດ - ảnh 1

ທ່ານໂງ​ວັນ​ມິ​ງ, ສສຊ ​ແຂວງ​ກວາງ​ນາມ

(ພາບ: vietnamnet.vn)

 (vovworld)- ຕອນ​ເຊົ້າວັນ​ທີ 11/4, ບັນດາ ສສຊ ສະ​ເພາະ​ກິດ​ໄດ້​ປຶກສາ​ຫາລືກົດໝາຍ​ວ່າ​ດ້ວຍ​ການ​ລົງທຶນ​ຂອງ​ລັດ ດ້ວຍ​ຄວາມ​ຫວັງ​ວ່າ: ​ເມື່ອ​ກົດໝາຍ​ໄດ້​ຮັບ​ການ​ຮັບຮອງ​ເອົາ​ຈະ​ເສີມ​ຂະຫຍາຍ​ປະສິດທິ​ຜົນ, ຫລີ​ກ​ເວັ້ນການ​ລົງທຶນ​ກະ​ແຈກ​ກະຈາຍ, ຮົ່ວ​ໄຫຼ, ຟູມ​ເຟືອຍ​ໃນການ​ລົງທຶນ​ຂອງ​ລັດ.

  ປະ​ກອບ​ຄຳ​ເຫັນ​ໃສ່​ຮ່າງກົດໝາຍ​ສະບັບ​ນີ້, ສສຊ ​ຫຼາຍ​ທ່ານ​ສະ​ເໜີ​ວ່າ​ຮ່າງ​ກົດໝາຍ​ຕ້ອງ​ເພີ່ມ​ເຕີມ​ຂໍ້​ກຳນົດ, ກົນ​ໄກ​ຕິດຕາມ​ກວດກາ​ຂອງ​ປະຊາ​ຄົມທີ່​ມີ​ຕໍ່​ບັນດາ​ໂຄງການ​ລົງທຶນ, ຄື​ແນວ​ນັ້ນຈຶ່ງ​ຍົກ​ສູງ​ປະສິດທິ​ຜົນ​ຂອງ​ໂຄງການ​ລົງທຶນ, ທັງ​ປັບປຸງຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ ປຊຊ. ທ່ານ ​ໂງ​ວັນ​ມິ​ງ, ສສຊ ​ແຂວງ​ກວາງ​ນາມ ປະກອບ​ຄຳ​ເຫັນ​ວ່າ:

   “ຂ້າພະ​ເຈົ້າສະ​ເໜີ​ຕ້ອງ​ກຳນົດ​ກົນ​ໄກ​ຕິດຕາມ​ກວດກາ​ໂຄງການ​ລົງທຶນຢ່າງ​ແໜ້ນ​ແຟ້ນ ​ແລະ ດີ​ກ່ວາ​ອີກ, ບໍ່​ພຽງ​ແຕ່​ມີ​ການ​ເຂົ້າຮ່ວມ​ຂອງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ເທົ່າ​ນັ້ນ ຫາກ​ຍັງ​ມີການ​ເຂົ້າຮ່ວມ​ຂອງບັນດາ​ອົງການ​ຈັດຕັ້ງການ​ເມືອງ​ສັງຄົມ​ອີກ​ດ້ວຍ“./.

ຂ່າວ/ບົດ​ອື່ນ