ປຶກສາຮ່າງບົດລາຍງານແຫ່ງຊາດຄັ້ງທີ 4 ກ່ຽວກັບການປະຕິບັດສົນທິສັນຍາສາກົນກ່ຽວກັບບັນດາສິດພົນລະເຮືອນ ແລະ ການເມືອງ

(VOVWORLD) - ລື່ອງຈັດຕັ້ງກອງປະຊຸມສຳມະນາເພື່ອແນໃສ່ປະຕິບັດສຳເລັດບົດລາຍງານແຫ່ງຊາດຂອງ ຫວຽດນາມ, ພ້ອມທັງ ແມ່ນບາດກ້າວກະກຽມສຳຄັນໃຫ້ແກ່ວາລະປ້ອງກັນບົດລາຍງານຢູ່ສະພາສິດທິມະນຸດ ປີ 2023
ປຶກສາຮ່າງບົດລາຍງານແຫ່ງຊາດຄັ້ງທີ 4 ກ່ຽວກັບການປະຕິບັດສົນທິສັນຍາສາກົນກ່ຽວກັບບັນດາສິດພົນລະເຮືອນ ແລະ ການເມືອງ - ảnh 1ກອງປະຊຸມຈັດຂຶ້ນຢູ່ນະຄອນ ບວນມາທວດ, ແຂວງ ດັກລັກ
(ພາບ:Tuấn Anh/TTXVN)

ວັນທີ 21 ທັນວາ, ຢູ່ນະຄອນ ບວນມາທວດ, ແຂວງ ດັກລັກ, ກະຊວງຍຸຕິທຳ ຫວຽດນາມ ໄດ້ສົມທົບກັບຫ້ອງການຜູ້ຕາງໜ້າຂອງຄະນະຊີ້ນຳສິດທິມະນຸດ ຂອງລັດຖະບານຈັດຕັ້ງກອງປະຊຸມສຳມະນາປຶກສາ ຫາລືຂໍຄຳເຫັນຈາກບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ເຂດໄຕງວຽນ ກ່ຽວກັບຮ່າງບົດລາຍງານແຫ່ງຊາດຄັ້ງທີ 4 ວ່າດ້ວຍການປະຕິບັດສົນທິສັນຍາສາກົນ ກ່ຽວກັບບັນດາສິດພົນລະເຮືອນ ແລະ ການເມືອງ (ICCPR). ເລື່ອງຈັດຕັ້ງກອງປະຊຸມສຳມະນາເພື່ອແນໃສ່ປະຕິບັດສຳເລັດບົດລາຍງານແຫ່ງຊາດຂອງ ຫວຽດນາມ, ພ້ອມທັງ ແມ່ນບາດກ້າວກະກຽມສຳຄັນໃຫ້ແກ່ວາລະປ້ອງກັນບົດລາຍງານຢູ່ສະພາສິດທິມະນຸດ ປີ 2023 - ເຊິ່ງເປັນປີທຳອິດທີ່ ຫວຽດນາມ ຮັບດຳລົງຕຳແໜ່ງເປັນສະມາຊິກສະພາສິດທິມະນຸດ ສປຊ ອາຍຸການ 2023 – 2025. ນີ້ແມ່ນກາລະໂອກາດ ເພື່ອໃຫ້ ຫວຽດນາມ ສືບຕໍ່ສະແດງໃຫ້ເຫັນຄວາມຮັບຜິດຊອບ, ປະກອບສ່ວນຕັ້ງໜ້າເຂົ້າໃນຄວາມມານະພະຍາຍາມລວມຂອງ ສປຊ ແລະ ປະຊາຄົມສາກົນໃນການປົກປ້ອງ, ຊຸກຍູ້ ບັນດາຄຸນຄ່າທົ່ວໄປກ່ຽວກັບສິດທິມະນຸດ, ພ້ອມທັງປະຕິບັດບັນດາພັນທະຕາມສົນທິສັນຍາສາກົນກ່ຽວກັບສິດທິມະນຸດຢ່າງເຂັ້ມງວດ, ໃນນັ້ນມີສົນທິສັນຍາ ICCPR.

        ທີ່ກອງປະຊຸມ ສຳມະນາ, ຜູ້ຕາງໜ້າບັນດາອົງການສູນກາງ ແລະ ທ້ອງຖິ່ນຢູ່ຫຼາຍຂົງເຂດທີ່ແຕກຕ່າງກັນ ໄດ້ປະກອບຄຳເຫັນໂດຍສຸມໃສ່ບັນຫາກ່ຽວກັບຊົນເຜົ່າສ່ວນໜ້ອຍ, ຄົນທຸກຍາກ… ໃນຮ່າງບົດລາຍງານ ICCPR.

ຕອບກັບ

ຂ່າວ/ບົດ​ອື່ນ