ປິດກອງປະຊຸມຄັ້ງທີ 44 ຂອງຄະນະປະຈຳສະພາແຫ່ງຊາດ ຫວຽດນາມ

(VOVWORLD) -ຕອນບ່າຍວັນທີ 28 ເມສາ, ຢູ່ນະຄອນຫຼວງ ຮ່າໂນ້ຍ, ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ປິດກອງປະຊຸມຄັ້ງທີ 44. 
ປິດກອງປະຊຸມຄັ້ງທີ 44 ຂອງຄະນະປະຈຳສະພາແຫ່ງຊາດ ຫວຽດນາມ - ảnh 1ພາບ: Quochoi.vn

ກ່ອນທີ່ ທ່ານນາງ ປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກີມເງິນ ກ່າວຄຳເຫັນປິດກອງປະຊຸມ, ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ໃຫ້ຄຳເຫັນໃສ່ສອງເນື້ອໃນສຳຄັນ. ນັ້ນແມ່ນເລື່ອງຍື່ນສະເຫນີຕໍ່ສະພາແຫ່ງຊາດໃຫ້ສັດຕະຍາບັນສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA) ແລະຍື່ນສະເຫນີສະພາແຫ່ງຊາດໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ - ອີຢູ (EVIPA).

ກ່ອນຫນ້ານັ້ນ, ຕອນເຊົ້າວັນທີ 28 ເມສາ, ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ໄດ້ເຫັນດີແຜນນະໂຍບາຍຍົກເວັ້ນພາສີນຳໃຊ້ດິນກະສິກຳໄລຍະ 2021-2025; ເຫັນດີເປັນເອກະພາບດັດປັບແຜນການການລົງທຶນ ຂອງລັດໄລຍະກາງໄລຍະ 2016-2020. ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ກໍ່ໃຫ້ຄຳເຫັນກ່ຽວກັບການຍື່ນສະເຫນີສະພາແຫ່ງຊາດໃຫ້ສັດຕະຍາບັນການເຂົ້າຮ່ວມສົນທິສັນຍາ 105 ຂອງອົງການແຮງງານສາກົນກ່ຽວກັບການລຶບແຮງງານບັງຄັບ.

ຕອບກັບ

ຂ່າວ/ບົດ​ອື່ນ