ປິດງານບຸນພົບປະແລກປ່ຽນວັດທະນະທໍາ ແລະ ການຄ້າ ຫວຽດນາມ - ຍີ່ປຸ່ນ ຄັ້ງທີ 5

(VOVWORLD) -   ຕອນຄໍ່າວັນທີ 2 ທັນວາ, ຢູ່ນະຄອນເກີນເທີ, ງານບຸນພົບປະແລກປ່ຽນວັດທະນະທໍາ ແລະ ການຄ້າ ຫວຽດນາມ - ຍີ່ປຸ່ນ ຄັ້ງທີ 5 ປີ 2019  ໄດ້ອັດລົງ.
ປິດງານບຸນພົບປະແລກປ່ຽນວັດທະນະທໍາ ແລະ ການຄ້າ ຫວຽດນາມ - ຍີ່ປຸ່ນ ຄັ້ງທີ 5 - ảnh 1 ຍີ່ປຸ່ນ ແນະນໍາກ່ຽວກັບບັນດາຈຸດທີ່ເປັນເອກະລັກສະເພາະຂອງວັດທະນະທໍາ ຍີ່ປຸ່ນ ໃຫ້ແກ່ປະຊາຊົນເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ (ພາບ: thoidai.com.vn)

ງານບຸນດັ່ງກ່າວມີຮ້ານວາງສະແດງສິນຄ້າ 136 ຮ້ານ ເຊິ່ງໄດ້ອອກແບບທີ່ມີລັກສະນະເຂັ້ມຂຸ້ນໄປດ້ວຍວັດທະນະທໍາຂອງຫວຽດນາມ ແລະ ຍີ່ປຸ່ນ ຄື ບັນດາການກິດຈະກໍາຄ້ົນຫາວັດທະນະທໍາ, ການລະຫຼີ້ນ, ອາຫານການກິນຂອງຫວຽດນາມ ແລະ ຍີ່ປຸ່ນ; ພ້ອມກັນນັ້ນ ກໍມີບັນດາຮ້ານວາງສະແດງສິນຄ້າ, ແນະນໍາບັນດາຜະລິດຕະພັນ, ການບໍລິການ, ການທ່ອງທ່ຽວ... ໄປຄຽງຄູ່ກັນນັ້ນ, ໃນເຂດວາງສະແດງສິນຄ້າຂອງ ຍີ່ປຸ່ນ ກໍໄດ້ແນະນໍາກ່ຽວກັບບັນດາຈຸດທີ່ເປັນເອກະລັກສະເພາະຂອງວັດທະນະທໍາ ຍີ່ປຸ່ນ ໃຫ້ແກ່ປະຊາຊົນເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ ອີກດ້ວຍ. ງານບຸນດັ່່ງກ່າວ ໄດ້ດຶງດູດວິສາຫະກິດ 300 ແຫ່ງ ທັງຢູ່ພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ.


ຕອບກັບ

ຂ່າວ/ບົດ​ອື່ນ