ປິດລ້ອມ ກູບາ ບໍ່ແມ່ນມາດຕະການແກ້ໄຂ

(VOVWORLD) - ປະຈຸບັນ, ຜູ້ຕາງໜ້າຂັ້ນສູງ ອີຢູ ກ່ຽວກັບນະໂຍບາຍຄວາມໝັ້ນຄົງ ແລະ ການຕ່າງປະເທດ ມີການຢ້ຽມຢາມເຖິງ ກູບາ ເປັນເວລາ 2 ວັນ.

ປິດລ້ອມ ກູບາ ບໍ່ແມ່ນມາດຕະການແກ້ໄຂ - ảnh 1ການເຈລະຈາລະຫວ່າງ ກູບາ ແລະ ອີຢູ ໃນວັນທີ 3/1/2018

(ພາບ: AFP/TTXVN )

ປິດລ້ອມ ກູບາ ບໍ່ແມ່ນມາດຕະການແກ້ໄຂ - ນີ້ແມ່ນຖະແຫຼງການຂອງທ່ານນາງ Federica Mogherini, ຜູ້ຕາງໜ້າຂັ້ນສູງສະຫະພາບ ເອີລົບ (ອີຢູ) ກ່ຽວກັບນະໂຍບາຍ ຄວາມໝັ້ນຄົງ ແລະ ການຕ່າງປະເທດ ຍົກອອກມາໃນການຢ້ຽມຢາມ ກູບາ ໃນວັນທີ 3 ມັງກອນ ເພື່ອແນໃສ່ເພີ່ມທະວີການພົວພັນກັບປະເທດ ເຂດ Caribe ນີ້. ຕາມທ່ານນາງ Mogherini ແລ້ວ, ເລື່ອງ ອາເມລິກາ ປິດລ້ອມ ກູບາ ແມ່ນມາດຕະການ “ລ້າຫຼັງ ແລະ ຜິດກົດໝາຍ” ແລະ ຜົນກະທົບໜຶ່ງດຽວຂອງມັນແມ່ນຫລຸດຜ່ອນຄຸນນະພາບການດຳລົງຊີວິດຂອງ ປະຊາຊົນ.

        ປະຈຸບັນ, ຜູ້ຕາງໜ້າຂັ້ນສູງ ອີຢູ ກ່ຽວກັບນະໂຍບາຍຄວາມໝັ້ນຄົງ ແລະ ການຕ່າງປະເທດ ມີການຢ້ຽມຢາມເຖິງ ກູບາ ເປັນເວລາ 2 ວັນ.

        ການຢ້ຽມຢາມໄດ້ດຳເນີນໄປໃນສະພາບທີ່ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ປ່ຽນແປງການສຳຜັດກັບ ກູບາ ເມື່ອທຽບໃສ່ອຳນາດການປົກຄອງສະໄໝກ່ອນຂອງທ່ານປະທານາທິບໍດີ ອາເມລິກາ Barack Obama, ຕາມນັ້ນແລ້ວ, ຫ້າມບັນດາພົນລະເມືອງ ແລະ ວິສາຫະກິດ ອາເມລິກາ ພົວພັນແລກປ່ຽນກັບບັນດາບໍລິສັດ, ອົງການຂອງກູບາ ທີ່ກ່ຽວຂ້ອງເຖິງກອງທັບ ກູບາ.

ຕອບກັບ

ຂ່າວ/ບົດ​ອື່ນ