ປີທີ່ 8 ຢ່າງລຽນຕິດ ຫວຽດນາມ ຢືນອັນດັບທີ 1 ຢູ່ໃນໂລກກ່ຽວກັບການ ສົ່ງອອກໝາກມ່ວງຫິມະພານ

ປີທີ່ 8 ຢ່າງລຽນຕິດ ຫວຽດນາມ ຢືນອັນດັບທີ 1 ຢູ່ໃນໂລກກ່ຽວກັບການ ສົ່ງອອກໝາກມ່ວງຫິມະພານ - ảnh 1
(ພາບປະກອບ)

(vovworld) - ປີ 2013, ບັນດາ​ບໍລິສັດ​ຂະ​ແໜງໝາກ​ມ່ວງ​ຫິມະ​ພານ ​ໄດ້ສົ່ງ​ອອກ 264.000 ​ໂຕນ, ດ້ວຍ​ວົງ​ເງິນ​ສົ່ງ​ອອກ​ບັນລຸ 1,66 ຕື້ USD. ຕະຫຼາດ​ອາ​ເມ​ລິ​ກາ, ຈີນ ​ແລະ ​ໂຮ​ນລັງ ຍັງ​ແມ່ນ​ບັນດາ​ຕະຫຼາດ​ທີ່​ສົ່ງ​ອອກ​ໃຫຍ່​ກວ່າ​ໝູ່​ຂອງ​ຫວຽດນາມ. ຕາມ​ທ່ານ ຫງວຽນ​ດຶກ​ແທງ, ປະທານ​ສະຫະ​ສະມາຄົມໝາກ​ມ່ວງ​ຫິມະ​ພານຫວຽດນາມ ​ແລ້ວ, ນີ້​ແມ່ນ​ປີ​ທີ 8 ຢ່າງ​ລຽນ​ຕິດ​ ຂະ​ແໜງໝາກ​ມ່ວງ​ຫິມະ​ພານຫວຽດນາມ ​ລື່ນ​ກາຍ​ອີນ​ເດຍ ​ເພື່ອ​ຮັກສາອັນ​ດັບ​ທີ່ໜຶ່ງ​ໃນ​ໂລກ ກ່ຽວ​ກັບ​ການ​ສົ່ງ​ອອກ​ໝາກ​ມ່ວງ​ຫິມະ​ພານ. ໝາກຜົນ​ການ​ສົ່ງ​ອອກໝາກ​ມ່ວງ​ຫິມະ​ພານ​ໃນ​ປີ 2013 ​ໄດ້​ສ່ອງ​ແສງ​ໃຫ້​ເຫ​ັນຄວາມ​ມານະ​ພະຍາຍາມ​ອັນ​ໃຫຍ່​ຫຼວງ​ຂອງ​ບັນດາ​ວິ​ສາ​ຫະກິດ​ປຸ້ງ​ແຕ່ງ, ສົ່ງ​ອອກໝາກ​ມ່ວງ​ຫິມະ​ພານ, ​ໃນ​ສະພາບ​ທີ່​ພຸ້ນ​ຖານ​ເສດຖະກິດ​ຫວຽດນາມ ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ, ກຳລັງຊື້​ຂອງ​ຕະຫຼາດ​ໂລກຖືກ​ຫຼຸດ​ລົງ. ທ່ານ ຫງວຽນ​ດຶກ​ແທງ ​ໃຫ້​ຮູ້​ວ່າ.

        “ປີ 2014, ພວກ​ຂ້າພະ​ເຈົ້າ​ໄດ້​ກຳນົດ​ວ່າ ຂະ​ແໜງໝາກ​ມ່ວງ​ຫິມະ​ພານສົ່ງ​ເສີມ​ບັນດາ​ໂຮງງານ​ຜະລິດ​ລົງ​ເລີກການ​ປັບປຸງ​ແຕ່ງ, ​ເພື່ອ​ຍູ້​ແຮງ​ມູນ​ຄ່າ​ສົ່ງ​ອອກ​ຂຶ້ນ​ເຖິງ 2 ລ້ານ USD ​ແລະ ປະລິມານ​ສົ່ງ​ອອກ​ຍັງ​ຮັກສາ​ຢູ່​ລະດັບ​ຄື​ປີ 2013, ໝາຍ​ຄວາມ​ວ່າການ​ສົ່ງ​ອອກ​ແມ່ນ​ຕົ້ນ​ຕໍ່. ສ່ວນ​ການ​ນຳ​ເຂົ້າ​ວັດຖຸ​ດິບ, ປີ 2014, ບັນດາ​ປະ​ເທດ​ ອາ​ຟະ​ລິ​ກາ​ຕາ​ເວັນ​ຕົກ ຈະ​ສະ​ຫງວນ​ໝາກ​ມ່ວງ​ຫິມະ​ພານດິບ​ຂາຍ​ໃຫ້​ຫວຽດນາມ, ​ເພື່ອ​ໃຫ້​ບັນດາ​ໂຮງງານ​ຜະລິດ​ມີ​ວັດຖຸ​ດີບ​​ຢ່າງ​ພຽງພໍ”.

ຂ່າວ/ບົດ​ອື່ນ