ປີທອ່ງທ່ຽວແຫ່ງຊາດເຂດທົ່ງພຽງແມ່ນ້ຳແດງ - Hai Phong 2013
ການປະຊຸມຂ່າວແນະນຳເຫດການ ປີທອ່ງທ່ຽວແຫ່ງຊາດເຂດ
ພາບ:internet
|
(vovworld) - ວັນທີ 02/11 ຢູ່ ຮ່າໂນ້ຍ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ຄະນະກຳມະການປະຊາຊົນ ນະຄອນ Hai Phong ໄດ້ຈັດການປະຊຸມຂ່າວແນະນຳເຫດການ ປີທອ່ງທ່ຽວແຫ່ງຊາດເຂດທົ່ງພຽງແມ່ນ້ຳແດງ - Hai Phong 2013 ພາຍໃຕ້ຫົວຂໍ້ວ່າ: ອະລິຍະທຳແມ່ນ້ຳແດງ”. ຫົວຂໍ້ຂອງປີທ່ອງທ່ຽວແຫ່ງຊາດເຂດທົ່ງພຽງແມ່ນ້ຳແດງ - Hai Phong ຈຸດປະສົງແມ່ນສ້າງກາລະໂອກາດທີ່ດີເພື່ອກໍ່ສ້າງ ແລະ ຍົກສູງຄຸນນະພາບບັນດາຜະລິດຕະພັນທ່ອງທ່ຽວທີ່ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳ ແລະ ທຳມະຊາດຂອງນະຄອນ Hai Phong ແລະ ບັນດາທ້ອງຖິ່ນຢູ່ເຂດທົ່ງພຽງແມ່ນ້ຳແດງ. ກ່ຽວກັບວຽກງານກະກຽມໃຫ້ແກ່ປີທອ່ງທ່ຽວແຫ່ງຊາດ 2013, ທ່ານ Le Khac Nam ຮອງປະທານຄະນະກຳມະການປະຊາຊົນນະຄອນ Hai Phong, ຮອງຫົວຫນ້າຄະນະປະຈຳຄະນະຊີ້ນຳໃຫ້ຮູ້ວ່າ:
“ນະຄອນ Hai Phong ເປັນເຈົ້າພາບຈັດຕັ້ງປີທ່ອງທ່ຽວແຫ່ງຊາດ 2013, ການນຳນະຄອນ Hai Phong ໄດ້ເຮັດວຽກກັບບັນດາແຂວງ, ນະຄອນ ໃນເຂດທົ່ງພຽງແມ່ນ້ຳແດງ. ຜ່ານການເຮັດວຽກນັ້ນໄດ້ອອກຖະແຫລງການຮ່ວມລະຫວ່າງບັນດາແຂວງ, ນະຄອນ ກັບ Hai Phong ສຸມໃສ່ລົງທຶນ, ສຸມແຫລ່ງລາຍຈ່າຍເພື່ອຍົກລະດັບບັນດາລາຍການ, ເຫດການ.”