ປັບ​ປຸ​ງກົດ​ໝາຍວ່​າດ້ວຍ​ປະ​ກັນ​ສຸ​ຂະ​ພ​າບ ​ສະ​ບັບ​ປັບ​ປຸງ ຮັບ​ປະ​ກັນ​ສິດ​ຜົນ​ປະ​ໂຫຍດ​ໃນ​ການກວດ​ປິ່ນ​ປົວ​ພະ​ຍາດ​ຂອງ​ປະ​ຊາ​ຊົນ

(VOVWORLD) - ຕອນເຊົ້າວັນທີ 25 ກັນຍາ, ຢູ່ຮ່າໂນ້ຍ, ໂດຍສືບຕໍ່ວາລະປະຊຸມຄັ້ງທີ 37, ຄະນະປະຈຳສະພາແຫ່ງຊາດຫວຽດນາມ ໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍປະກັນສຸຂະພາບ (ສະບັບປັບປຸງ).

ປັບ​ປຸ​ງກົດ​ໝາຍວ່​າດ້ວຍ​ປະ​ກັນ​ສຸ​ຂະ​ພ​າບ ​ສະ​ບັບ​ປັບ​ປຸງ ຮັບ​ປະ​ກັນ​ສິດ​ຜົນ​ປະ​ໂຫຍດ​ໃນ​ການກວດ​ປິ່ນ​ປົວ​ພະ​ຍາດ​ຂອງ​ປະ​ຊາ​ຊົນ - ảnh 1ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ (ພາບ: ສະພາແຫ່ງຊາດ)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໃຫ້ຮູ້ວ່າ ໃນຊຸມປີຜ່ານມາ, ດ້ວຍຄວາມມານະພະຍາຍາມຂອງທົ່ວລະບົບການເມືອງ, ຄວາມເອົາໃຈໃສ່ຂອງພັກ, ລັດ ປັດຈຸບັນມີ 93%ປະຊາກອນເຂົ້າຮ່ວມປະກັນສຸຂະພາບ, ເຂົ້າເຖິງປະກັນສຸຂະພາບທົ່ວປວງຊົນ. ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ເນັ້ນໜັກວ່ານີ້ແມ່ນຄັ້ງທີ 2 ທີ່ກົດໝາຍວ່າດ້ວຍປະກັນສຸຂະພາບໄດ້ຮັບການປັບປຸງ, ດັ່ງນັ້ນ, ຄະນະຮຽບຮຽງຕ້ອງສຸມໃສ່ເຂົ້າບັນດາເນື້ອໃນທີ່ຈຳເປັນ, ຮັບປະກັນຄວາມຄົບຊຸດ, ເປັນເອກະພາບກັບກົດໝາຍວ່າດ້ວຍການກວດປິ່ນປົວພະຍາດ ທີ່ຫາກໍ່ໄດ້ຮັບການຮັບຮອງເອົາ. ແລະກໍ່ໃນຕອນເຊົ້າວັນດຽວກັນ, ບັນດາສະມາຊິກສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບກົດໝາຍວ່າດ້ວຍນາຍຄູ.

ຕອບກັບ

ຂ່າວ/ບົດ​ອື່ນ