ປັບປຸງກົນໄກ,ນະໂຍບາຍປະຕິບັດໂຄງການກໍ່ສ້າງຊົນນະບົດໃໝ່

ປັບປຸງກົນໄກ,ນະໂຍບາຍປະຕິບັດໂຄງການກໍ່ສ້າງຊົນນະບົດໃໝ່ - ảnh 1
(ກອງ​ປະຊຸມ​ສະຫຼຸບ 5 ປີ ​ແຫ່ງ​ການ​ປະຕິບັດໂຄງການ​ຈຸດໝາຍ​
ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ໄລຍະ 2010-2015)

(vovworld) - ວັນ​ທີ 8/12, ຄະນະ​ຊີ້​ນຳ​ສູນ​ກາງ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສະຫຼຸບ 5 ປີ ​ແຫ່ງ​ການ​ປະຕິບັດໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ໄລຍະ 2010-2015, ວາງທິດ​ທາງ, ໜ້າ​ທີ່​ໄລຍະ 2016-2020.

ບົດລາຍ​ງານທີ່​ກອງ​ປະຊຸມ​ຢືນຢັນ​ວ່າ, ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​​ກໍ່ສ້າງ​ຊົນນະບົດ​ໃໝ່ ​ໄລ​ຍະ 2010 – 2015 ​ໄດ້​ປ່ຽນ​ໃໝ່​ຄວາມ​ຮັບ​ຮູ້​ຂອງ​ປະຊາຊົນສ່ວນ​ຫຼາຍ​ທີ່​ເຂົ້າ​ຮ່ວມ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່. ຍ້ອນ​ເຫດ​ນັ້ນ, ລະບົບ​ໂຄງ​ລ່າງ​ຊົນນະບົດ​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ແຮງ, ​ເຮັດ​ໃຫ້​ໂສມ​ໜ້າ​ເຂດ​ຊົນນະບົດ​ຫຼາຍ​ແຫ່ງ​ມີ​ການ​ປ່ຽນ​ແປງ. ​ເງື່ອນ​ໄຂ​ດຳລົງ​ຊີວິດ​ທັງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ຂອງ​ຊາວ​ກະສິກອນ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ຢ່າງ​ຈະ​ແຈ້ງ, ປະກອບສ່ວນ​ຍົກ​ສູງ​ລາຍ​ຮັບ​ໃຫ້​ຊາວ​ກະສິກອນ.

ກ່າວ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕິ໋ນຢຸງ ​ເນັ້ນ​ໜັກ​ວ່າ, ໜ້າ​ທີ່​ຈຸດ​ສຸມ​ຈຳ​ເປັນ​ຕ້ອງ​ສຸມ​ໃສ່​ປະຕິບັດ​ໃນ​ໄລຍະ​ຈະ​ມາ​ເຖິງ​ແມ່ນ​ກວດກາ​, ອັບ​ເດັດ, ​ເພີ່ມ​ເຕີມ, ປັບປຸງ​ກົນ​ໄກ, ນະ​ໂຍບາຍ​ໃຫ້​ແກ່​ການ​ປະຕິບັດ​ໂຄງການ, ຕ້ອງ​ຖື​ນີ້​ແມ່ນ​ໜ້າ​ທີ່​ການ​ເມືອງ​ຈຸດ​ສຸມ ​ແລະ ​ເປັນ​ປະຈຳ. ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕິ໋ນຢຸງ, ຊີ້​ແຈ້ງວ່າ:

“ຍົກ​ສູງ​ຄວາມ​ຮັບ​ຮູ້, ຄວາມ​ຮັບຜິດຊອບ​ຂອງ​ທັງ​ລະບົບ​ການ​ເມືອງ​ຢູ່​ຂັ້ນ​ສູນ​ກາງ ກໍ່​ຄື​ຢູ່​ທ້ອງ​ຖີ່​ນກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່. ພວກ​ເຮົາ​ຮັບ​ຮູ້​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຕາມ​ມະຕິ​ສູນ​ກາງ, ນັ້ນ​ແມ່ນ​ການ​ຫັນ​ກະສິກຳ, ຊົນນະບົດ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ, ​ເຊິ່ງຄາດໝາຍ​ແມ່ນ​ເຮັດ​ໃຫ້ ​ຫວຽດນາມ​ກາຍ​ເປັນ​ປະ​ເທດ​ອຸດສາຫະກຳ ​ຕາມ​ທິດທັນ​ສະ​ໄໝ”.

ທີ່​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕິ໋ນຢຸງ ​ໄດ້​ມອບ​ທຸງ​ແຂ່ງຂັນ​ຂອງ​ລັດຖະບານ​ໃຫ້ 41 ໝູ່​ຄະນະ​ຂັ້ນ​ເມືອງ​ທີ່​ໄດ້​ນຳ​ໜ້າ​ໃນ​ຂະ​ບວນການ​ກໍ່ສ້າງ​ຊົນນະບົດ​ໃໝ່. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ​ໄດ້​ມອບ​ໃບ​ຍ້ອງຍໍ​ຂອງ​ນາຍົກລັດຖະມົນຕີ ​ໃຫ້ 51 ຕາ​ແສງ, ​ເທດສະບານ​ທີ່​ດີ​ເດັ່ນ​ໃນ​ຂະ​ບວນການ​ແຂ່ງຂັນ​ທົ່ວ​ປະ​ເທດ​ຮ່ວມ​ແຮງ​ຮ່ວມ​ໃຈ​ກໍ່ສ້າງ​ຊົນນະບົດ​ໃໝ່.

ຂ່າວ/ບົດ​ອື່ນ