ປື້ມ“ລັດຖະທຳມະນູນປະເທດສສຫວຽດນາມ-ພື້ນຖານດ້ານການເມືອງ…
ພາບປະກອບ
(vovworld) - ຜະລິດຕະພັນການພິມ “ລັດຖະທຳມະນູນປະເທດ ສສ ຫວຽດນາມ - ພື້ນຖານດ້ານການເມືອງ, ນິຕິກຳໃຫ້ກິດຈະການປ່ຽນໃໝ່ປະເທດໃນໄລຍະໃໝ່ຢ່າງຮອບດ້ານ“ ໂດຍວາລະສານຄົ້ນຄ້ວານິຕິບັນຍັດ (ສັງກັດສະຖາບັນຄົ້ນຄ້ວານິຕິບັນຍັດຂອງຄະນະປະຈຳສະພາແຫ່ງຊາດ) ພິມຈຳໜ່າຍ, ຖືກແນະນຳໃຫ້ບັນດານັກຮຽນຮູ້, ນັກຄົ້ນຄ້ວາ, ນັກຊ່ຽວຊານດ້ານກົດໝາຍ ແລະ ຜູ້ອ່ານພາຍໃນ ແລະ ຕ່າງປະເທດໃນຕອນເຊົ້າວັນທີ 5/9, ຢູ່ຮ່າໂນ້ຍ. ນອກຈາກເຕື້ອງເຖິງບັນດາບັນຫາລວມຂອງລັດຖະທຳມະນູນປີ 2013, ໄຈ້ແຍກ, ຢືນຢັນບັນດາຄຸນຄ່າພື້ນຖານ, ຄາດໝາຍພື້ນຖານຂອງລັດແຫ່ງ ສສ ຫວຽດນາມ, ໂດຍປະຊາຊົນເປັນເຈົ້າ, ສິດອຳນາດທັງໝົດແມ່ນຂຶ້ນກັບປະຊາຊົນ. ປື້ມຫົວນີ້ຍັງສຸມໃສ່ໄຈ້ແຍກບັນດາຈຸດໃໝ່ທີ່ສຳຄັນຂອງລັດຖະທຳມະນູນກ່ຽວກັບສິດຂອງມະນຸດ; ການຈັດຕັ້ງກົງຈັກລັດ; ອຳນາດການປົກຄອງທ້ອງຖີ່ນ, ສະພາເລືອກຕັ້ງແຫ່ງຊາດ.
ຕາມທ່ານຮອງປະທານສະພາແຫ່ງຊາດ ອວງຈູລືວ ແລ້ວ, ເລື່ອງຈຳໜ່າຍປື້ມດັ່ງກ່າວແມ່ນສະແດງຄວາມຮັບຜິດຊອບສູງໃນວຽກງານຜັນຂະຫຍາຍການປະຕິບັດລັດຖະທຳມະນູນຕາມມະຕິຂອງສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ. ນີ້ກໍ່ແມ່ນກິດຈະກຳທີ່ມີຄວາມໝາຍສຳຄັນ, ປະກອບສ່ວນຢ່າງແທດຈິງເພື່ອສະເຫຼີມສະຫຼອງ 70 ປີ ແຫ່ງວັນເລືອກຕັ້ງ ສະພາແຫ່ງຊາດຫວຽດນາມຄັ້ງທຳອິດ (6/1/1946-6/1/2016).