(ພາບປະກອບ)
(vovworld) - ເລື່ອງຮັບເອົາຄຳຄິດຄຳເຫັນໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ແມ່ນການເຄື່ອນໄຫວດຳເນີນຊີວິດດ້ານການເມືອງຢ່າງເລິກເຊິ່ງກວ້າງຂວາງ, ພວມໄດ້ຮັບຄວາມເອົາໃຈໃສ່ຢ່າງກວ້າງຂວາງຈາກປະຊາຊົນທຸກຊັ້ນວັນນະ.
ຕອນເຊົ້າວັນທີ 1/3 ຢູ່ຮ່າໂນ້ຍ, ສູນກາງສະຫະພັນຊາວໜຸ່ມຫວຽດນາມ ໄດ້ຈັດຕັ້ງກອງປະຊຸມຮັບເອົາຄຳເຫັນປະກອບໃສ່ຮ່າງລັດຖະທຳມະນູນ ປີ 1992 ສະບັບປັບປຸງ. ລັດຖະທຳມະນູນ ປີ 1992 ມີມາດຕາທີ 66 ໄດ້ກຳນົດລະອຽດກ່ຽວກັບບົດບາດ, ທີ່ຕັ້ງ ແລະ ການເຄື່ອນໄຫວຂອງຊາວໜຸ່ມ. ແຕ່ເຖິງຢ່າງໃດກໍ່ຕາມ, ຮ່າງລັດຖະທຳມະນູນ ປີ 1992 ສະບັບປັບປຸງ, ບໍ່ມີການກຳນົດກ່ຽວກັບບັນຫານີ້ອີກ. ຕາມຜູ້ແທນຈຳນວນໜຶ່ງແລ້ວ, ຕ້ອງພິຈາລະນາລະອຽດ ເພື່ອປະລະຂໍ້ກຳນົດກ່ຽວກັບບັນດາບັນຫາຂອງຊາວໜຸ່ມໃນລັດຖະທຳມະນູນ. ເອື້ອຍທ່າວທູ່ຍລິງ (Thào Thùy Linh)-ແຂວງອຽນບາຍ ປະກອບຄຳເຫັນວ່າ:
“ຮ່າງລັດຖະທຳມະນູນສະບັບປັບປຸງ ຕ້ອງຮັກສາ ແລະ ປັບປຸງ, ເພີ່ມເຕີມມາດຕາທີ 66 ຂອງລັດຖະທຳມະນູນປີ 1992. ຍ້ອນວ່າ, ນີ້ແມ່ນຂໍ້ມາດຕາເນັ້ນຫນັກເຖິງບົດບາດຂອງຊາວໜຸ່ມໃນສັງຄົມ. ໃນບັນດາເອກະສານ, ມະຕິຂອງພັກ ລ້ວນແຕ່ໄດ້ລະບຸວ່າ ຊາວໜຸ່ມແມ່ນພາກສ່ວນສຳຄັນຂອງສັງຄົມ, ສະແດງກຳລັງແຮງຂອງຊາດ ໃນກຳລັງແຮງຂອງຊາດ ມີກຳລັງແຮງຂອງຊາວໜຸ່ມ. ພາລະກິດປ່ຽນແປງໃໝ່ຈະປະສົບຜົນສຳເລັດໄດ້ແມ່ນຂຶ້ນກັບກຳລັງຊາວໜຸ່ມເປັນສ່ວນຫຼາຍ“.
ກ່ອນໜ້ານັ້ນ, ຄືໃນວັນທີ 28/02, ແຂວງ ວິງລອງ ໄດ້ຈັດການຮັບເອົາຄວາມເຫັນໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ. ບັນດາຜູ້ແທນລ້ວນແຕ່ສະແດງຄວາມເຫັນດີສູງກ່ຽວກັບຄວາມຈຳເປັນປັບປຸງລັດຖະທຳມະນູນປີ 1992 ດ້ວຍບັນດາເນື້ອໃນ, ຈັດແບ່ງຢ່າງລະອຽດ, ມີວິທະຍາສາດ, ຮັກສາໄດ້ທັດສະນະດ້ານການເມືອງ ແລະ ສືບຕໍ່ເຮັດແຈ້ງຄຸດນະທາດຂອງລັດ ສສ ຫວຽດນາມ. ມີຄຳເຫັນຂອງຜູ້ແທນຫຼາຍທ່ານໄດ້ສະເໜີວ່າ: ໃນຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ຕ້ອງຢືນຢັນອະທິປະໄຕຂອງຫວຽດນາມ ຕໍ່ເຂດດິນຕໍ່ແຜ່ນ, ເຂດນ່ານຟ້າ, ໝູ່ເກາະ ຢ່າງຈະແຈ້ງ, ໃນນັ້ນມີໝູ່ເກາະເຈື່ອງຊາ ແລະ ຮ່ວາງຊາ ແມ່ນບໍ່ອາດລວງລ້າໄດ້.
ແລະກໍໃນວັນດຽວກັນ, ຢູ່ແຂວງ ເທື່ອທຽນເຫ໋ວ ໄດ້ຈັດກອງປະຊຸມຫົວເລື່ອງສະເພາະ ເພື່ອຮັບເອົາຄຳຄິດຄຳເຫັນໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ. ທີ່ກອງປະຊຸມ, ບັນດາຄຳເຫັນສ່ວນຫຼາຍລ້ວນແຕ່ສະແດງຄວາມເຫັນດີ ແລະ ຕີລາຄາສູງເນື້ອໃນຂອງຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ. ກ່ຽວຂ້ອງເຖິງບັນຫາສຶກສາ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ການພັດທະນາຂອງປະເທດຊາດ, ຜູ້ແທນຫຼາຍທ່ານໄດ້ສະເໜີເພີ່ມເນື້ອໃນ “ລົງທຶນໃຫ້ແກ່ການສຶກສາ ແມ່ນການລົງທຶນໃຫ້ການແກ່ພັດທະນາ”, ເຊິ່ງກ່ອນອື່ນໝົດແມ່ນສ້າງກຳລັງແຮງໃຫ້ແກ່ຍຸດທະສາດພັດທະນາເສດຖະກິດ, ສັງຄົມຮອດປີ 2020. ກ່ຽວກັບບົດບາດຕິດຕາມກວດກາ ແລະ ຕີລາຄາສັງຄົມຂອງແນວໂຮມປະເທດຊາດຫວຽດນາມ ໄດ້ລະບຸໃນໝວດທີ 9, ບັນດາຄຳເຫັນຖືວ່າ ນີ້ແມ່ນບາດກ້າວ, ຕ້ອງໄດ້ກຳນົດຢ່າງລະອຽດ ແລະ ຈະແຈ້ງກວ່າ.
ຜູ້ແທນຫຼາຍທ່ານຖືວ່າ, ເລື່ອງຮັບເອົາຄຳຄິດຄຳເຫັນຂອງປະຊາຊົນກ່ຽວກັບເນື້ອໃນປັບປຸງລັດຖະທຳມະນູນ ຂອງປະຊາຊົນທຸກຊັ້ນວັນນະ, ບັນດາສາສະໜາ, ຊົນເຜົ່າ, ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແມ່ນເສີມຂະຫຍາຍໄດ້ສິດເປັນເຈົ້າ, ພູມປັນຍາ, ຄວາມສຸດຈິດສຸດໃຂຂອງປະຊາຊົນທຸກຊັ້ນວັນນະ ໃນການປະກອບຄຳຄິດຄຳເຫັນຢ່າງລະອຽດເຂົ້າໃນບັນດາເນື້ອໃນໂດຍຄະນະກຳມະການປັບປຸງລັດຖະທຳມະນູນປະກາດ, ພ້ອມທັງສະແດງລັກສະນະເສີມຂະຫຍາຍກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ ແລະ ແມ່ນເຫດການໃຫຍ່ຂອງປະເທດຊາດ.