ປະກອບຄຳເຫັນສ້າງແຜນຮ່າງ “ເພີ່ມທະວີບົດບາດຂອງຜູ້ມີອິດທິພົນຊື່ສຽງສຳລັບວຽກງານຊົນເຜົ່າ…”
(ພາບປະກອບ: gialai)
(vovworld) – ຕອນເຊົ້າວັນທີ 22/09, ຢູ່ຮ່າໂນ້ຍ, ຄະນະປະຈຳການຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ຈັດກອງປະຊຸມປະກອບຄຳເຫັນໃສ່ຮ່າງໃບສະເໜີ, ຂໍ້ຕົກລົງຂອງນາຍົກລັດຖະມົນຕີກ່ຽວກັບແຜນຮ່າງ “ເພີ່ມທະວີບົດບາດຂອງຜູ້ມີອິດທິພົນຊື່ສຽງສຳລັບວຽກງານຊົນເຜົ່າແລະປະຕິບັດນະໂຍບາຍຊົນເຜົ່າ”. ຕາມແຜນແລ້ວ, ແຜນຮ່າງຈະໄດ້ຮັບການຜັນຂະຫຍາຍຢູ່ບັນດາເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍຂອງຫວຽດນາມ ດ້ວຍຄາດໝາຍສ້າງຄວາມເປັນເອກະພາບໃນຄວາມຮັບຮູ້ຂອງທຸກຂັ້ນ, ທຸກຂະແໜງການ ແລະ ສັງຄົມ ກ່ຽວກັບທີ່ຕັ້ງ, ບົດບາດຂອງຜູ້ມີອິດທິພົນຊື່ສຽງໃນຊາວຊົນເຜົ່າສ່ວນໜ້ອຍ. ບັນດາຜູ້ແທນໃຫ້ຂໍ້ສັງເກດວ່າ, ໃນຊຸມປີຜ່ານມາ, ຜູ້ມີອິດທິພົນຊື່ສຽງແມ່ນກຳລັງມີບົດບາດ, ທີ່ຕັ້ງສຳຄັນ, ມີຜົນສະທ້ອນຕັດສິນເຖິງຫຼາຍບັນຫາໃນຊີວິດສັງຄົມຊາວຊົນເຜົ່າສ່ວນໜ້ອຍ. ດ້ວຍອິດທິຜົນຊື່ສຽງຂອງຕົນ, ບັນດາຜູ້ມີອິດທິພົນຊື່ສຽງແມ່ນຂົວເຊື່ອມຕໍ່ສຳຄັນຂອງອຳນາດການປົກຄອງທຸກຂັ້ນໃນວຽງານໂຄສະນາ, ຂົນຂວາຍປະຊາຊົນບັນດາເຜົ່າສ່ວນໜ້ອຍປະຕິບັດຕາມແຜນນະໂຍ, ແນວທາງຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ, ພັດທະນາເສດຖະກິດສັງຄົມ, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ… ເພື່ອພັດທະນາບົດບາດຂອງຜູ້ມີອິດທິພົນຊື່ສຽງໃນປະຊາຄົມ, ບັນດາຜູ້ແທນຖືວ່າ, ບົດບາດຂອງຄະນະກຳມະການສູນກາງແນວໂຮປະເທດຊາດຫວຽດນາມ ຕ້ອງເຮັດແຈ້ງ 3 ໜ້າທີ່ຕົ້ນຕໍ່ນັ້ນແມ່ນ: ໂຄສະນາຂົນຂວາຍ; ຕິດຕາມກວດກາການປະຕິບັດ; ຮັບຟັງ, ເຕົ້າໂຮມຄຳເຫັນຂອງປະຊາຊົນ ເພື່ອສະເໜີຕໍ່ພັກ ແລະ ລັດ.