ປະກອບສ່ວນພັດທະນາການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ປະຊາຊົນຫວຽດນາມ-Ucraine

ປະກອບສ່ວນພັດທະນາການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ປະຊາຊົນຫວຽດນາມ-Ucraine - ảnh 1
(ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ
​ສະມາຄົມ​ມິດຕະພາບ ຫວຽດນາມ-Ucraine ອາຍຸ​ການ​ທີ 4)


(vovworld) - ວັນ​ທີ 27/9, ຢູ່​ຮ່າ​ໂນ້ຍ, ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ສະມາຄົມ​ມິດຕະພາບ ຫວຽດນາມ-Ucraine ອາຍຸ​ການ​ທີ 4. ກອງ​ປະຊຸມ​ໃຫຍ່​ໄດ້​ເລືອກ​ຕັ້ງ​ຄະນະ​ບໍລິຫານ​ງານ​ລວມມີ 33 ທ່ານ. ທ່ານ​ ດັ້ງ​ວັນ​ຈ໋ຽນ, ຜູ້​ຊ່ວຍ​ປະທານ​ສະພາ​ແຫ່ງ​ຊາດ, ອະດີ​ດຮອງ​ຫົວໜ້າ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ, ຮອງ​ຫົວໜ້າ​ກຳມາ​ທິການ​ກົດໝາຍ​ຂອງ​ສະພາ​ແຫ່ງ​ຊາດ​ເປັນ​ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ-Ucraine ອາຍຸ​ການ 2014-2019.

ກ່າວ​ຄວາມ​ເຫັນ​ອວຍພອນ​ກອງ​ປະຊຸມ​ໃຫຍ່, ທ່ານ​ນາງ​ຮອງ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ຫງວຽນ​ທິຮ່ວາງ​ເວິນ ຕີ​ລາຄາວ່າ ​ໃນ​ໄລຍະ​ຜ່ານ​ມາສະ​ມາ​ຄົມ​ມິດຕະພາບ ຫວຽດນາມ-Ucraine ​ໄດ້​ມີ​ການ​​ເຄື່ອນ​ໄຫວ​ຫຼາຍ​ຢ່າງ, ​ປະກອບສ່ວນພັດທະນາ​ການ​ພົວພັນ​ຄູ່ຮ່ວມ​ມື ​ແລະ ຮ່ວມ​ມື​ຮອບດ້ານ ຫວຽດນາມ-Ucraine. ທ່ານ​ນາງສະ​ແດງ​ຄວາມ​ປາດ​ຖະໜາ​ວ່າ​ສະມາຄົມ​ມິດຕະພາບ ຫວຽດນາມ-Ucraine​ອາຍຸ​ການ​ໃໝ່​ຈະ​ສືບ​ຕໍ່​ພັດທະນາ​ການ​ພົວພັນ​ກັບ​ເພື່ອນ​ມິດ ​ແລະ ຄູ່​ຮ່ວມ​ມື​ຢູ່ Ucraine, ພິ​ເສດ​ແມ່ນ​ເອົາ​ໃຈ​ໃສ່​ເຖິງ​ການ​ຮັກສາ ​ແລະ ພັດທະນາ​ການ​ພົວພັນ​ກັບ​ປະຊາ​ຄົມ​ຊາວ​ຫວຽດນາມ​ຢູ່ Ucraine, ຖື​ປະຊາ​ຄົມ​ແມ່ນ​ຂົວ​ຕໍ່​ທີ່​ສຳຄັນ​ໃນ​ການ​ພັດທະນາ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ ຫວຽດນາມ-Ucraine.

ຂ່າວ/ບົດ​ອື່ນ