ປະ​ກາດ 10 ເຫດ​ການ​ທີ່​ພົ້ນ​ເດັ່ນ​ຂອງ​ບັນ​ດາ​ໂຄງ​ການ​ເປົ້າ​ໝາຍ​ແຫ່ງ​ຊາດ

(VOVWORLD) -   ຕອນບ່າຍວັນທີ 12 ພຶດສະພາຢູ່ຮ່າໂນ້ຍ, ໄດ້ດຳເນີນ “ພິທີປະກາດ 10 ເຫດການທີ່ພົ້ນເດັ່ນຂອງບັນດາໂຄງການເປົ້າໝາຍແຫ່ງຊາດ ປີ 2018”.
ປະ​ກາດ 10 ເຫດ​ການ​ທີ່​ພົ້ນ​ເດັ່ນ​ຂອງ​ບັນ​ດາ​ໂຄງ​ການ​ເປົ້າ​ໝາຍ​ແຫ່ງ​ຊາດ - ảnh 1ທ່ານ ຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ມອບລາງວັນໃຫ້ແກ່ບັນດາ ນັກປະພັນທີ່ມີບົດປະພັນຍາດໄດ້ລາງວັນ A (ພາບ: ຫວູຊິງ/laodong.vn)

      ທີ່ພິທີ, ທ່ານ ຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ມອບລາງວັນໃຫ້ແກ່ບັນດາ ນັກປະພັນທີ່ມີບົດປະພັນຍາດໄດ້ລາງວັນ A ຂອງງານແຂ່ງຂັນ “ສື່ມວນຊົນຂຽນກ່ຽວກັບຊົນນະບົດໃໝ່ຕິດພັນກັບການສ້າງໂຄງປະກອບກະສິກຳຄືນໃໝ່ ປີ 2018”. ນັກຂ່າວ ດິ່ງຈູງ, ສັງກັດວິທະຍຸກະຈ່າຍສຽງ ຫວຽດນາມ, ຜູ້ທີ່ຍາດໄດ້ລາງວັນ A ດ້ວຍ ບົດປະພັນ “ ໂຄງການໜຶ່ງຕາແສງມີໜຶ່ງຜະລິດຕະພັນ OCOP - ສາຍລົມໃໝ່ໃນການກໍ່ສ້າງຊົນນະບົດໃໝ່”, ແບ່ງປັນວ່າ:

“ຜະລິດຕະພັນຕ້ອງມີຄຸນນະພາບ, ຢາກໄດ້ແນວນັ້ນຕ້ອງທຳການຜະລິດເປັນກຸ່ມ. ຜ່ານການຜັນຂະຫຍາຍຢູ່ບັນດາທ້ອງຖິ່ນອາດຈະເຫັນວ່າບັນດາຜະລິດຕະພັນທີ່ໄດ້ຜະລິດອອກມາມີຄຸນນະພາບສູງແຕ່ຍາມໃດກໍ່ມີຈຸດອ່ອນໜຶ່ງນັ້ນແມ່ນຍາກໃນການສົ່ງອອກຈຳໜ່າຍ. ໃນຕົວຈິງ ເມື່ອຜັນຂະຫຍາຍໂຄງການ OCOP ກໍ່ໄດ້ແກ້ໄຂບັນຫານີ້ໂດຍຜ່ານບັນດາງານວາງສະແດງ, ງານຕະຫຼາດນັດເຊິ່ງບໍ່ພຽງແຕ່ໂຄສະນາຜະລິດຕະພັນເທົ່ານັ້ນ ຫາກຍັງແມ່ນການຈຳໜ່າຍຜະລິດຕະພັນກະເສດຢ່າງສະດວກອີກດ້ວຍ”

ຕອບກັບ

ຂ່າວ/ບົດ​ອື່ນ