ປະ​ກາດ​ກົດ​ໝາຍ 5 ສະ​ບັບ ທີ່​ໄດ້​ຮັບ​ການ​ຮັບ​ຮອງ​ເອົາ​ໃນ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 7 ສະ​ພາ​ແຫ່ງ​ຊ​າດ​ຊຸດ​ທີ XV

(VOVWORLD) - ຫ້ອງວ່າການທຳນຽບປະທານປະເທດ ໄດ້ຈັດການຖະແຫຼງຂ່າວປະກາດຄຳສັ່ງຂອງທ່ານປະທານປະເທດ ວ່າດ້ວຍການປະກາດກົດໝາຍ 5 ສະບັບທີ່ໄດ້ຮັບການຮັບຮອງເອົາໃນກອງປະຊຸມສະໄໝສາມັນເທື່ອທີ 7 ສະພາແຫ່ງຊາດ ຊຸດທີ XV. 
ປະ​ກາດ​ກົດ​ໝາຍ 5 ສະ​ບັບ ທີ່​ໄດ້​ຮັບ​ການ​ຮັບ​ຮອງ​ເອົາ​ໃນ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 7 ສະ​ພາ​ແຫ່ງ​ຊ​າດ​ຊຸດ​ທີ XV - ảnh 1ການຖະແຫຼງຂ່າວ (ພາບ: VOV)

ຕອນເຊົ້າວັນທີ 23 ກໍລະກົດ, ຢູ່ຮ່າໂນ້ຍ, ຫ້ອງວ່າການທຳນຽບປະທານປະເທດ ໄດ້ຈັດການຖະແຫຼງຂ່າວປະກາດຄຳສັ່ງຂອງທ່ານປະທານປະເທດ ວ່າດ້ວຍການປະກາດກົດໝາຍ 5 ສະບັບທີ່ໄດ້ຮັບການຮັບຮອງເອົາໃນກອງປະຊຸມສະໄໝສາມັນເທື່ອທີ 7 ສະພາແຫ່ງຊາດ ຊຸດທີ XV, ໃນນັ້ນ ມີກົດໝາຍວ່າດ້ວຍນະຄອນຫຼວງ, ກົດໝາຍວ່າດ້ວຍປະກັນສັງຄົມ ແລະ ກົດໝາຍສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍທີ່ດິນ, ກົດໝາຍວ່າດ້ວຍການດຳເນີນທຸລະກິດອະສັງຫາລິມະຊັບ ແລະ ກົດໝາຍວ່າດ້ວຍບັນດາອົງການສິນເຊື່ອ.

        ກ່ຽວຂ້ອງເຖິງກົດໝາຍສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍທີ່ດິນ, ກົດໝາຍວ່າດ້ວຍການດຳເນີນທຸລະກິດອະສັງຫາລິມະຊັບ ແລະ ກົດໝາຍວ່າດ້ວຍບັນດາອົງການສິນເຊື້ອ, ທ່ານນາງ ຫງວຽນທິເຟືອງຮວາ ຮອງລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ  ໃຫ້ຮູ້ວ່າ: ກົດໝາຍສະບັບນີ້ມີຜົນບັງຄັບໃຊ້ແຕ່ວັນທີ 1 ສິງຫາ ເປັນຕົ້ນໄປ ແມ່ນສອດຄ່ອງກັບແຜນນະໂຍບາຍຂອງພັກ, ສ້າງກອບນິຕິກຳຄົບຊຸດ, ປົດປ່ອຍແຫຼ່ງກຳລັງທີ່ດິນ, ຊຸກຍູ້ການພັດທະນາຕະຫຼາດອະສັງຫາລິມະຊັບຢ່າງປອດໃສ, ຍູ້ໄວການປະຕິບັດບັນດາໂຄງການລົງທຶນ, ໂດຍສະເພາະແມ່ນບັນດາໂຄງການລົງທຶນພາກລັດ, ບັນດາໂຄງການອະສັງຫາລິມະຊັບ, ໂຄງການເຮືອນຢູ່, ພິເສດແມ່ນເຮືອນຢູ່ສັງຄົມ.


ຕອບກັບ

ຂ່າວ/ບົດ​ອື່ນ