ປະກາດຂໍ້ຕົກລົງຂອງນາຍົກລັດຖະມົນຕີວ່າດ້ວຍການແຕ່ງຕັ້ງຜູ້ອຳນວຍການໃຫຍ່VOV

ປະກາດຂໍ້ຕົກລົງຂອງນາຍົກລັດຖະມົນຕີວ່າດ້ວຍການແຕ່ງຕັ້ງຜູ້ອຳນວຍການໃຫຍ່VOV - ảnh 1
(ພິ​ທີ​ປະ​ກາດ​ຂໍ້​ຕົກ​ລົງ​ແຕ່ງ​ຕັ້ງ ທ່ານ ຫງວຽນ​ເທ໋​ກີ, ກຳ​ມະ​ການ​ສູນ​ກາງ​ພັກ,
ຮອງ​ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ສູນ​ກາງດຳ​ລົງ​ຕຳ​ແໜ່ງ​ເປັນ​ຜູ້​ອຳ​ນວຍ​ການ​ໃຫຍ່ VOV)


(vovworld)- ​​​​​​​ຕອນ​ເຊົ້າ​ວັນ​ທີ 14/03, ຢູ່​ສູນ​ກະ​ຈາຍ​ສ​ຽງ​ແຫ່ງ​ຊາດ, 58 ກວ໋ນ​ສື໋ ຮ່າ​ໂນ້ຍ, ສະ​ຖາ​ນີ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ ຫວຽດ​ນາມ (VOV) ໄດ້​ຈັດ​ຕັ້ງ​ພິ​ທີ​ປະ​ກາດ​ຂໍ້​ຕົກ​ລົງ​ແຕ່ງ​ຕັ້ງ ທ່ານ ຫງວຽນ​ເທ໋​ກີ, ກຳ​ມະ​ການ​ສູນ​ກາງ​ພັກ, ຮອງ​ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ສູນ​ກາງ ດຳ​ລົງ​ຕຳ​ແໜ່ງ​ເປັນ​ຜູ້​ອຳ​ນວຍ​ການ​ໃຫຍ່ VOV ຕາມ​ຂໍ້​ຕົກ​ລົງ​ ເລກ​ທີ 367/ຕ​ລ-ນຍ, ລົງ​ວັນ​ທີ 8/3/2016 ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ. ​ທ່ານ ຟ້າມ​ມິງ​ຈີ໋ງ ກຳ​ມະ​ການ​ກົມ​ການ​ເມືອງ, ເລ​ຂາ​ສູນ​ກາງ​ພັກ, ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ; ທ່ານ ຫວູ​ດຶກ​ດາມ, ຮອງ​ນາ​ຍົກ​ລົດ​ຖະ​ມົນ​ຕີ; ທ່ານ ຟານ​ດິ່ງ​ຈາກ ຫົວ​ໜ້າ​ຄະ​ນະ​ວຽກ​ງານ​ການ​ເມືອ​ງ​ພາຍ​ໃນ ​ພ້ອມ​ກັບ​ກ​ານ​ນຳ​ຫຼາຍ​ກະ​ຊວງ, ຂະ​ແໜງ​ການສູນ​ກາງ​ເຂົ້າ​ຮ່ວມ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ປະ​ກາດ ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດຶກ​ດາມ ຢັ້ງ​ຢືນ​ພ້ອມ​ກັບ​ບັນ​ດາ​ອົງ​ການ​ສື່​ສານ​ອື່ນ​ວ່າ ສະ​ຖາ​ນີ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ​ມີ​ບົດ​ບາດ​ສຳ​ຄັນ​ຊ່ວຍ​ພັກ, ລັດ ແລະ ທົ່ວ​ປວງ​ຊົນ ປະ​ຕິ​ບັດ​ໜ້າ​ທີ່​ໃນ​ໄລ​ຍະ​ຜ່ານ​ມາ​ຢ່າງ​ມີ​ໄຊ. ທ່ານ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດຶກ​ດາມ ສະ​ເໜີ​ສະ​ຖາ​ນີ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ຄວນ​ຍູ້​ແ​ຮງ​ການ​ປ່ຽນ​ໃໝ່.

        “ການ​ປ່ຽນ​ໃໝ່ ກ່ອ​ນ​ອື່ນ​ໝົດ​ແມ່ນ​ຕ້ອງ​ປ່ຽນ​ໄໝ່​ຕົນ​ເອງ, ກ້າວ​ໄປ​ເຖິງ​ການ​ ສ້າງ​ຕັ້ງກ​ຸ່ມ​ບໍ​ລິ​ສັດສື່​ສານ​, ຍົກ​ສູງ​ປະ​ສິດ​ທິ​ຜົນ, ຮັກ​ສາ​ການ​ກຳ​ນົດ​ທິດ ແລະ ກຳ​ນົດ​ທິດ​ໃຫ້​ສັງ​ຄົມ. ນີ້​ແມ່ນ​ໜ້າ​ທີ່​ເປັນ​ກຽດ ແລະ ຫຍຸ້ງ​ຍາກ. ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ, ທ່ານ ຫງວຽນ​ເທ໋​ກີ ຈະ​ປະ​ຕິ​ບັດ​ສຳ​ເລັດ​ໜ້​າ​ທີ່​ຊ່ວຍ VOV ໃຫ້​ນັບ​ມື້​ນັບ​ພັດ​ທະ​ນາ”.

        ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​​ຮັບດຳ​ລົງ​ຕ​ຳ​ແໜ່ງ, ທ່ານ ຫງວຽນ​ເທ໋​ກີ ຢືນ​ຢັນ​ວ່າ, ຕໍ່​ໜ້າ​ຄວາມ​ຮຽກ​ຮ້ອງ​ໃນ​ໜ້າ​ທີ່​ໃໝ່ ຈະ​ມາ​ນະ​ພະ​ຍາ​ຍາມກວ່າ​ອີກ, ພ້ອມ​ກັບ​ບັນ​ດາ​ການ​ນຳ, ນັກ​ຂ່າວ, ພະ​ນັກ​ງານ, ພາ​ລະ​ກອນ… ສືບ​ທອດ ແລະ ເສີມ​ຂະ​ຫຍາຍ​ບັນ​ດາ​ຜົນ​ງານ​ຂອງ VOV ໃນ​ໄລ​ຍະ​ຜ່ານ​ມາ.

ຂ່າວ/ບົດ​ອື່ນ