ປະກາດບົດລາຍງານ 5 ປີ ທີ່ເຂົ້າເປັນ ສະມາຊິກ WTO

ປະກາດບົດລາຍງານ 5 ປີ ທີ່ເຂົ້າເປັນ ສະມາຊິກ WTO - ảnh 1
(ພາບປະກອບ)

(vovworld) – ຕອນ​ເຊົ້າ​ວັນ​ທີ 3/4, ຢູ່ ຮ່າ​ໂນ້ຍ, ສະ​ຖາ​ບັນ​ຄົ້ນ​ຄ້ວາ​ຄຸ້ມ​ຄອງ​ເສດຖະກິດ​ສູນ​ກາງ ສົມທົບ​ກັບ​ໂຄງການ​ໜູນ​ຊ່ວຍ​ເຕັກນິກ​ພະລາທິການ​ເຂົ້າ​ເປັນ​ສະມາຊິກ​ອົງການ​ການ​ຄ້າ​ໂລກ (WTO) ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ ປະກາດ​ບົດ​ລາຍ​ງານ “ຕີ​ລາຄາ​ສັງ​ລວມສະພາບ​ການ​ເສດຖະກິດ​ສັງຄົມ​ຫວຽດນາມ ພາຍຫຼັງ 5 ປີ ​ເຂົ້າ​ເປັນ​ສະມາຊິກ​ອົງການ​ການ​ຄ້າ​ໂລກ“. ບັນດຜົນງານ​ໃນ​ເບື້ອງ​ຕົ້ນພາຍຫຼັງ 5 ປີ ​ເຂົ້າ​ເປັນ​ສະມາຊິກ WTO ​ໄດ້​ຮັບ​ການ​ຕີ​ລາຄາ​ວ່າ ​ແມ່ນ “​ແປ້ນ​ຢັນ“ ​ເພື່ອ​ໃຫ້​ເສດຖະກິດ​ຫວຽດນາມ​ບືນ​ຕົວ​ຂຶ້ນ, ກາຍ​ເປັນ​ພື້ນຖານ​ເສດຖະກິດ​ທີ່​ແຂງ​ແຮງ​ໃນ​ພາກ​ພື້ນ. ດຣ ຫວໍ​ທິ​ແທ່ງ, ຮອງ​ຫົວໜ້າ​ສະ​ຖາ​ບັນ​ຄົ້ນ​ຄ້ວາ​ການ​ຄຸ້ມ​ຄອງ​ເສດຖະກິດ​ສູນ​ກາງ, ​ເນັ້ນ​ໜັກ​ວ່າ:

        “ການ​ຄົ້ນ​ຄ້ວາ​ຂອງ​ພວກ​ຂ້າພະ​ເຈົ້າ​ບໍ່​ພຽງ​ແຕ່​ສັງ​ເກດ​​ໃນ​ແງ່​ມູມ WTO ​ເທົ່າ​ນັ້ນ, ຫາກ​ໃນ​ແງ່​ມູນ​ບັນດາ​ສັນຍາ​ເຊິ່ງຫວຽດນາມ ​ໄດ້​ລົງ​ນາມ ​ແລະ ປະຕິບັດ. ​ແລະ ​ໃນ​ວິທີ​ສັງ​ເກດ​ຄື​ແນວ​ນັ້ນ, ມັນ​ມີ​ບັນດາ​ຈຸດ​ພິ​ເສດ​ສຳຄັນ ທີ່​ຮ່ວມ​ສຳພັນ​ນຳ​ກັນ ​ເມື່ອ​ສັງ​ເກດ​ບັນດາ​ຂະ​ແໜງ ​ແລະ ຂົງ​ເຂດທີ່​ລະອຽດ. ໝາຍ​ຄວາມ​ວ່າ ທ່າ​ແຮງ​ປຽບທຽບ​ຂອງ​ພວກ​ເຮົາ​ຢູ່​ໃສ ​ແລະ ມີ​ທ່າ​ແຮງ​ບໍ່, ​ແຕ່​ທ່າ​ແຮງ​ນັ້ນ​ແມ່ນ​ບໍ່​ທັນ​ພຽງພໍ​ເທື່ອ, ຫາກ​ຕ້ອງ​ສັງ​ເກດ​ມັນ​ໃນ​ແງ່​ມູມຂອງ​ພື້ນຖານ​ເສດຖະກິດ ຕິດ​ພັນ​ກັບ​ນະ​ໂຍບາຍ, ໝາຍ​ຄວາມ​ວ່າ​ລະດັບ​ອາລັກຂາ​ຕົວ​ຈິງ​ຂອງ​ຫວຽດນາມ. “

        ມີ​ຫຼາຍ​ຄວາມ​ເຫັນ​ຖື​ວ່າ, ບົດຮຽນ​ທີ່​ທອດ​ຖອນ​ມາ​ໄດ້​ພາຍຫຼັງ 5 ປີ ສຳລັບ​ພື້ນຖານ​ເສດຖະກິດ​ຫວຽດນາມ ນັ້ນ​ແມ່ນ​ຕ້ອງ​ຍົກ​ສູງ​ກຳລັງ​ບົ່ມ​ຊ້ອນ​ໃນ​ການ​ແກ່ງ​ແຍ້​ງຂອງ​ລັດ, ວິ​ສາ​ຫະກິດ ​ແລະ ຜະລິດ​ຕະພັນ ດ້ວຍ​ບັນດາ​ມາດ​ຕະການ​ທີ່​ແທດ​ຈິງ, ໝູນ​ໃຊ້​ເຕັກ​ໂນ​ໂລ​ຢີທີ່​ກ້າວໜ້າ, ຄຽງ​ຂ້າງ​ນັ້ນ​ຕ້ອງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ເຊື່ອມ​ໂຍງ​ກັບ​ເສດຖະກິດ​ໂລກ.

ຂ່າວ/ບົດ​ອື່ນ