ປະກາດບົດລາຍງານປະຈຳປີວິສາຫະກິດ ຫວຽດນາມ ປີ 2012
ພາບປະກອບ
(vovworld) – ບົດລາຍງານປະຈຳປີວິສາຫະກິດ ຫວຽດນາມ ປີ 2012 ໂດຍຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ (ຫຼື VCCI) ປະກາດເມື່ອຕອນເຊົ້າວັນທີ 18/4, ຢູ່ຮ່າໂນ້ຍ, ເພື່ອແນໃສ່ແນະນຳໂດຍສັງເຂບສະພາບແວດລ້ອມແຫ່ງການລົງທຶນພາຍໃນປະເທດ ຕໍ່ການຜັນແປກ່ຽວກັບສະພາບການເຕີບໂຕເສດຖະກິດ, ການດູ່ນດຽງສົ່ງອອກ - ນຳເຂົ້າ, ສະພາບການດຶງດູດການລົງທຶນຈາກຕ່າງປະເທດ ແລະ ການຜັນແປ່ຂອງຕະຫຼາດໂລກ. ຕາມບົດລາຍງານແລ້ວ, ນັບແຕ່ວັນທີ 1/4/2012, ຫວຽດນາມ ມີວິສາຫະກິດກ່ວາ 321.000 ແຫ່ງທີ່ພວມເຄື່ອນໄຫວ ແລະ ວິສາຫະກິດ ຫວຽດນາມ ພວມມີທ່າອ່ຽງຄ່ອຍໆຫລຸດຜ່ອນຄົນງານ ແຕ່ເພີ່ມທະວີກ່ຽວກັບເງິນລົງທຶນ. ເປັນໜ້າສົນໃຈນັ້ນແມ່ນ, ມາຮອດປະຈຸບັນ ມີ 80% ຍອດຈຳນວນວິສາຫະກິດພວມເຄື່ອນໄຫວພາຍໃຕ້ຮູບແບບບໍລິສັດຈຳກັດ ຫຼື ບໍລິສັດຫຸ້ນສ່ວນ, ພ້ອມກັນນັ້ນ ຫຼາຍຫົວໜ່ວຍຄ່ອຍໆເຫັນປ່ຽນບັນດາການລົງທຶນມາສູ່ຂົງເຂດບໍ່ມີການຜະລິດ. ບົດລາຍງານກໍ່ໄດ້ຍົກອອກບັນດາຂໍ້ສະເໜີແນະກ່ຽວກັບນະໂຍບາຍເພື່ອແນໃສ່ປັບປຸງສະພາບການດຳເນີນທຸລະກິດຕາມທິດກະຈ່າງແຈ້ງ, ກວດກາການວາງແຜນ, ຄວບຄຸມຕະຫຼາດ ແລະ ເພີ່ມທະວີລັກສະນະຄາດຄະເນ. ພິເສດ, ບັນດາວິສາຫະກິດ ຫວັງວ່າ: ອຳນາດການປົກຄອງທ້ອງຖິ່ນຕ່າງໆສຸມໃສ່ຍົກສູງກຳລັງຄວາມສາມາດບໍລິຫານ, ໜູນຊ່ວຍວິສາຫະກິດໃນບໍລິເວນ. ບົດລາຍງານກໍ່ໃຫ້ເຫັນຄວາມມານະພະຍາຍາມເຊື່ອມໂຍງຂອງບັນດາວິສາຫະກິດໃນສະພາບຄວາມຫຍຸ້ງຍາກຂອງພື້ນຖານເສດຖະກິດ.