ປະກາດລາຍງານດັດສະນີດຳເນີນທຸລະກິດປີ 2013

ປະກາດລາຍງານດັດສະນີດຳເນີນທຸລະກິດປີ 2013 - ảnh 1
ປະກາດລາຍງານດັດສະນີດຳເນີນທຸລະກິດປີ 2013

(vovworld) - ຕາມ​ລາຍ​ງານ​ຂອງ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ​ຫວຽດນາມ ​ເຊິ່ງປະກາດ​ໃນ​ວັນ​ທີ 27/4 ​ແລ້ວ, ຖັນ​ແຖວ​ນັກທຸລະກິດ​ຫວຽດນາມ​ ນັບ​ມື້​ນັບ​ໄດ້​ຮັບຖື​ເປັນ​ສຳຄັນ. ​ແຕ່ລະດັບ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ການ​ດຳ​ເນີນ​ທຸລະ​ກິດ​ຢູ່​ຫວຽດນາມ​ ຍັງ​ຕຳ່​ຢູ່ ​ເມື່ອ​ທຽບ​ໃສ່​ບັນດາ​ປະ​ເທດ​ທີ່​ມີ​ລະດັບ​ພັດທະນາ​​ເທົ່າ​ກັບ​ຫວຽດນາມ​. ກ່ຽວ​ກັບ​ເງື່ອນ​ໄຂ​ດຳ​ເນີນ​ທຸລະ​ກິດ, ບາງ​ດັດ​ສະ​ນີກ່ຽວ​ກັບ​ພື້ນຖານ​ໂຄງ​ລ່າງ, ຄວາມ​ຂະຫຍັນ​ຂັນ​ເຂື່ອນ​ຂອງ​ຕະຫຼາດ​ພາຍ​ໃນ, ວັດທະນະທຳ ​ແລະ ມາດຖານ​ສັງຄົມ​ລ້ວນ​ແຕ່​ບັນລຸ​ໄດ້. ສ່ວນ​ດັດ​ສະ​ນີທີ່​ຍັງ​ເຫຼືອ​ຄື​ການ​ບໍລິການ​ໜູນ​ຊ່ວຍ​ການ​ດຳ​ເນີນ​ທຸ​ລະ​ກິດ​​ເຊັ່ນ: ​ໃຫ້​ຄຳ​ປຶກສາ, ກົດໝາຍ, ບັນຊີ, ກວດ​ສອບ​ບັນຊີ​ບໍ່​ທັນ​ພັດທະນາ​ເທົ່າ​ທີ່​ຄວນ… ທ່ານ ຫວູຕ໋ຽນ​ໂລກ, ປະທານ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ​ຫວຽດນາມ, ​ໃຫ້​ຮູ້​ວ່າ:

        ດັດ​ສະ​ນີດຳ​ເນີນ​ທຸລະ​ກິດ​ຂອງ​ຫວຽດນາມ​ໃນ​ປີ 2013​, ​ແມ່ນ​ສະ​ແດງ​ອອກ​ຕາມ​ແຕ່ລະ​ໄລຍະ, ​ແຕ່ລະ​ຮອບ​ວຽນ​ພັດທະນາ​ການ​ດຳ​ເນີນ​ທຸລະ​ກິດ. ​ໂດຍ​​​ໄດ້​ເຂົ້າ​ຮ່ວມ​ການ​ຄົ້ນ​ຄ້ວາ​ດັດ​ສະ​ນີດຳ​ເນີນ​ທຸລະ​ກິດ​ທົ່ວ​ໂລກ. ​ເປັນ​ຄັ້ງ​ທຳ​ອິດ​ທີ່​ຫວຽດນາມ​ ມີ​ບົດ​ລາຍ​ງານ, ອັນ​ໄດ້​ປະກອບສ່ວນ​ຊ່ວຍ​ໃຫ້​ພວກ​ເຮົາ​ສາມາດ​ປຽບທຽບ​ການ​ພັດທະນາ​ຂອງ​ຫວຽດນາມ​ກັບ​ບັນດາ​ປະ​ເທດ​ພັດທະນາ​ຢູ່​ໃນ​ໂລກ, ພິ​ເສດ​ແມ່ນ​ບັນດາ​ປະ​ເທດ​ມີ​ລະດັບ​ພັດທະນາ​ເທົ່າ​ກັບ​ຫວຽດນາມ ​ແລະ ບັນດາ​ປະ​ເທດ​ໃນ​ອາ​ຊຽນ. ບົດ​ລາຍ​ງານ​ຮັບ​ໃຊ້​ໃຫ້​ວິວັດ​ການ​ສ້າງ​ນະ​ໂຍບາຍ ​ແລະ ມີ​ຂໍ້​ຕົກລົງ​ພັດທະນາວິ​ສາ​ຫະກິດ​ໃນ​ໄລຍະ​ຕໍ່​ໄປ.

ຂ່າວ/ບົດ​ອື່ນ