ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ລາວ ຖະຫວາຍທູບທຽນອາໄລຫາປະທານ ໂຮ່ຈີມິນ

(VOVWORLD) - ວັນທີ 14 ພຶດສະພາ ພະນັກງານພາລະກອນສະຖານທູດ ຫວຽດນາມ, ປະຊາຄົມຊາວ ຫວຽດນາມ ພວມເຮັດວຽກ, ຮ່ຳຮຽນ ແລະ ດຳລົງຊີວິດຢູ່ລາວ ໄດ້ໄປວາງພວງມາລາ ແລະ ຖະຫວາຍທູບທຽນຢູ່ເຂດອະນຸສອນສະຖານປະທານ ໂຮ່ຈີມິນ ຢູ່ບ້ານ ຊຽງວາງ ເມືອງໜອງບົກ ແຂງຄຳມ່ວນ ປະເທດ ລາວ
ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ລາວ ຖະຫວາຍທູບທຽນອາໄລຫາປະທານ ໂຮ່ຈີມິນ - ảnh 1 ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ລາວ ຖະຫວາຍທູບທຽນອາໄລຫາປະທານ       ໂຮ່ຈີມິນ

ເນື່ອງໃນໂອກາດສະເຫຼີມສະຫຼອງ 127 ປີແຫ່ງວັນຄ້າຍວັນເກີດຂອງເພີ່ນ (19/05/1890 – 19/05/2017).

        ທີ່ພິທີ, ທ່ານເອກອັກຄະລັດຖະທູດ ຫງວຽນບ໋າຮຸ່ງ ເນັ້ນໜັກວ່າ ພິທີສະເຫຼີມສະຫຼອງ 127 ປີແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈີມິນ ດຳເນີນໄປໃນສະພາວະປະຊາຊົນ 2 ປະເທດພວມກະກຽມຈັດຕັ້ງການເຄື່ອນໄຫວທີ່ມີຄວາມໝາຍຫລາຍຢ່າງ ເພື່ອຂ່ຳນັບຮັບຕ້ອນປີສາມັກຄີມິດຕະພາບ ຫວຽດນາມ - ລາວ 2017, ສະເຫຼີມສະຫຼອງ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ ແລະ 55 ປີແຫ່ງວັນສ້າງການພົວພັນທາງການທູດລະຫວ່າງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ