ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ມ​າ​ເລ​ເຊຍ, ອົດ​ສະ​ຕາ​ລີ, ອ​ວ່າຍ​ຫ​ນ້າ​ເມືອ​ຫາ​ກົກ​ເຄົ້າ​ເຫງົ້າ​ກໍ່​ໃນ​ໂອ​ກາດ​ຕົ້ນ​ລະ​ດູ​ບານ​ໃໝ່​ປີ​ແມວ

(VOVWORLD) -ອຸປະທູດ ຫວັງວ່າປະຊາຄົມຊາວຫວຽດນາມ ນັບມື້ນັບມີຄວາມສາມັກຄີ, ການດຳລົງຊີວິດນັບມື້ນັບດີຂຶ້ນ, ເຊື່ອມຕົວເຂົ້າກັບການດຳລົງຊີວິດຂອງບ້ານເກີດເມືອງນອນແຫ່ງທີ 2 ຂອງຕົນໃຫ້ເປັນຢ່າງດີ.
ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ມ​າ​ເລ​ເຊຍ, ອົດ​ສະ​ຕາ​ລີ, ອ​ວ່າຍ​ຫ​ນ້າ​ເມືອ​ຫາ​ກົກ​ເຄົ້າ​ເຫງົ້າ​ກໍ່​ໃນ​ໂອ​ກາດ​ຕົ້ນ​ລະ​ດູ​ບານ​ໃໝ່​ປີ​ແມວ - ảnh 1ລາຍການລະດູບານໃໝ່ແຫ່ງບ້ານເກີດເມືອງນອນ (ພາບ: TTXVN)

ຕອນຄ່ຳວັນທີ 4 ກຸມພາ, ສະຖານທູດ ຫວຽດນາມ ປະຈຳ ມາເລເຊຍ ໄດ້ຈັດຕັ້ງລາຍການພົບປະຕົ້ນລະດູບານໃໝ່ປີແມວ 2023 ຢູ່ສຳນັກງານຂອງສະຖານທູດຫວຽດນາມ ປະຈຳນະຄອນຫຼວງ Kuala Lumpur. ກ່າວຄຳເຫັນທີ່ການພົບປະ, ທ່ານນາງອຸປະທູດ ຫວຽດນາມ ປະຈຳ ມາເລເຊຍ ຫງວຽນທິງອກແອັງ ໄດ້ຕີລາຄາສູງປະຊາຄົມຊາວຫວຽດນາມ ອາໄສຢູ່ມາເລເຊຍ ຍາມໃດກໍ່ສະໜິດຕິດພັນກັບບ້ານເກີດເມືອງນອນປະເທດຊາດ ແລະ ມີການເຄື່ອນໄຫວທີ່ອຸດົມສົມບູນ, ແທດຈິງຫຼາຍຢ່າງເພື່ອປະກອບສ່ວນເຫື່ອແຮງ, ສະຕິປັນຍາ ຊ່ວຍເຫຼືອພໍ່ແມ່ປະຊາຊົນພາຍໃນປະເທດ. ອຸປະທູດ ຫວັງວ່າປະຊາຄົມຊາວຫວຽດນາມ ນັບມື້ນັບມີຄວາມສາມັກຄີ, ການດຳລົງຊີວິດນັບມື້ນັບດີຂຶ້ນ, ເຊື່ອມຕົວເຂົ້າກັບການດຳລົງຊີວິດຂອງບ້ານເກີດເມືອງນອນແຫ່ງທີ 2 ຂອງຕົນໃຫ້ເປັນຢ່າງດີ. ແລະ ກໍ່ໃນຕອນບ່າຍວັນດຽວກັນ, ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ Sydney (ອົດສະຕາລີ) ໄດ້ຈັດຕັ້ງລາຍການ “ລະດູບານໃໝ່ແຫ່ງບ້ານເກີດເມືອງນອນ 2023”.

ຕອບກັບ

ຂ່າວ/ບົດ​ອື່ນ