ປະຊາຄົມຊາວຫວຽດນາມປະຈຳອົດສະຕາລີອາໄລຫາ 30 ປີແຫ່ງ​ເຫດ​ການກາກມາ

(VOVWORLD) -ຕອນຄ່ຳວັນທີ 14 ພຶດສະພາ, ຢູ່ນະຄອນ Melbourne, ລັດ Victoria, ໄດ້ດຳເນີນການພົບປະລະຫວ່າງບັນດາສະມາຊິກສະໂມສອນ “ເພື່ອຮ່ວາງຊາ - ເຈື່ອງຊາ ທີ່ຮັກແພງ” ກັບປະຊາຄົມຊາວຫວຽດນາມ ອາໄສຢູ່ Melbourne ເນື່ອງໃນໂອກາດລະນຶກເຖິງ 30 ປີແຫ່ງເຫດການກາກມາ

ປະຊາຄົມຊາວຫວຽດນາມປະຈຳອົດສະຕາລີອາໄລຫາ 30 ປີແຫ່ງ​ເຫດ​ການກາກມາ - ảnh 1 ປະຊາຄົມຊາວຫວຽດນາມປະຈຳອົດສະຕາລີອາໄລຫາ 30 ປີແຫ່ງບັ້ນຕໍ່ສູ້ປົກປັກຮັກສາດອນຫີນກາກມາ

(ພາບ: Vietnam+)

ໂດຍສະມາຄົມນັກທຸລະກິດຫວຽດນາມ ປະຈຳອົດສະຕາລີຈັດຕັ້ງ. ກ່າວຄຳເຫັນທີ່ການພົບປະ, ທ່ານ ເຈີ່ນບ໋າຟຸກ, ກຳມະການຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ, ປະທານສະມາຄົມນັກທຸລະກິດຫວຽດນາມ ປະຈຳອົດສະຕາລີ ໃຫ້ຮູ້ວ່າ, ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ເອົາໃຈໃສ່ເປັນພິເສດເຖິງບັນຫາທະເລ, ໝູ່ເກາະ ແລະ ອຳນາດອະທິປະໄຕຜືນແຜ່ນດິນທີ່ສັກກະລະບູຊາຂອງຫວຽດນາມ. ທ່ານຖືວ່າ, ປະຊາຊົນ, ນັກຮົບທຸກຄົນ ທີ່ພວມຮ່ຳຮຽນ, ປະຕິບັດໜ້າທີ່ຢູ່ເຂດໝູ່ເກາະທີ່ຫ່າງໄກ ລ້ວນແຕ່ມີສິດເສລີໃນການຄັດເລືອກຕົວເມືອງທີ່ສະຫງົບງຽບ, ແຕ່ເຂົາເຈົ້າໄດ້ເລືອກເອົາບ່ອນທີ່ມີພາຍຸລົມແດງເປັນບ່ອນດຳລົງຊີວິດ ເພື່ອຢືນຢັນອຳນາດອະທິປະໄຕຜືນແຜ່ນດິນຂອງຫວຽດນາມ. ສະນັ້ນ, ທ່ານໃຫ້ຄຳໝັ້ນສັນຍາ ແລະ ຮຽກຮ້ອງໃຫ້ປະຊາຄົມຊາວຫວຽດນາມ ທີ່ອາໄສຢູ່ອົດສະຕາລີ ກໍຄືໃນທົ່ວໂລກຈົ່ງພ້ອມກັນຮຽງບ່າຮຽງໄຫຼ່ພ້ອມກັບປະຊາຊົນຢູ່ພາຍໃນປະເທດ ກາຍເປັນແນວຫຼັງທີ່ໝັ້ນຄົງໃຫ້ປະຊາຊົນ ແລະ ນັກຮົບທີ່ພວມປົກປັກຮັກສາເຂດທະເລ, ໝູ່ເກາະແຫ່ງບ້ານເກີດເມືອງນອນນັບທັງເວັນ ແລະ ຄືນ.

ຕອບກັບ

ຂ່າວ/ບົດ​ອື່ນ