(vovworld) - ຕອນບ່າຍວັນທີ 8/2, ຄະນະຜູ້ຕາງໜ້າຫວຽດນາມປະຈຳສະຫະປະຊາຊາດ (ສປຊ) ໄດ້ຈັດຕັ້ງບຸນເຕັດ “ຊາວຫວຽດນາມ ອາໄສຢູ່ຕ່າງປະເທດອວຍພອນລະດູບານໃໝ່, ອວຍພອນພັກ“ ຢູ່ຫໍສະໝຸດໃຫຍ່ທີ່ໃຈກາງນະຄອນນິວຢອກ (ອາເມລິກາ). ກ່າວຄວາມເຫັນຢູ່ທີ່ນີ້, ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ, ຢືນຢັນວ່າ, ຫວຽດນາມ ໄດ້ ແລະ ພວມແມ່ນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຂອງ ສປຊ, ມີການປະກອບສ່ວນຢ່າງແທດຈິງເຂົ້າໃນການເຄື່ອນໄຫວລວມຂອງປະຊາຄົມສາກົນ, ເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມວັດທະນາຖາວອນ.
ງານວາງສະແດງຜະລິດຕະພັນສື່ມວນຊົນອວຍພອນພັກ, ອວຍພອນລະດູບານໃໝ່ປີມະແມ
(ພາບ: Quoc Khanh)
|
ຕອນຄຳ່ວັນທີ 8/2, ຢູ່ນະຄອນຫຼວງວຽງຈັນ, ສະຖານທູດຫວຽດນາມສົມທົບກັບສູນວັດທະນະທຳຫວຽດນາມປະຈຳລາວ, ໄດ້ຈັດຕັ້ງງານວາງສະແດງຜະລິດຕະພັນສື່ມວນຊົນອວຍພອນພັກ, ອວຍພອນລະດູບານໃໝ່ປີມະແມ. ດ້ວຍຫົວຂໍ້ “ອວຍພອນລະດູບານໃໝ່, ອວຍພອນພັກທີ່ສະຫງ່າລາສີຄົບຮອບ 85 ປີ“. ງານວາງສະແດງແນະນຳສັງລວມສື່ມວນຊົນຫວຽດນາມເຖິງປະຊາຄົມຊາວຫວຽດນາມ ທີ່ພວມດຳລົງຊີວິດ, ຮຳ່ຮຽນ ແລະ ປະຕິບັດງານຢູ່ລາວ. ທ່ານເອກອັກຄະລັດຖະທູດຫວຽດນາມປະຈຳລາວ ຫງວຽນແມ້ງຮຸ່ງ, ໃຫ້ຮູ້ວ່າ:
“ພໍ່ແມ່ປະຊາຊົນພາກພູມໃຈທີ່ສຸດເມື່ອໄດ້ຮັບອາຫານດ້ານຈິດໃຈ, ໄດ້ຮັບບັນດາຂໍ້ມູນໃໝ່ສຸດຂອງລະດູບານໃໝ່ປີມະແມປີນີ້, ກໍ່ຄືຂໍ້ມູນຂ່າວກ່ຽວກັບບ້ານເກີດເມືອງນອນ… ໃນໂອກາດນີ້, ຕາງໜ້າພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ລາວ, ຂ້າພະເຈົ້າຂໍຂອບອົກຂອບໃຈບັນດາອົງການສື່ມວນຊົນພາຍໃນປະເທດ ໄດ້ສະຫງວນຜະລິດຕະພັນສື່ມວນຊົນໃຫ້ສະຖານທູດຫວຽດນາມ ປະຈຳລາວເພື່ອຈັດຕັ້ງງານວາງສະແດງນີ້“.
ຕອນຄຳ່ວັນທີ 7/2, ພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ໄທ ເກືອບ 700 ຄົນ ໄດ້ເຂົ້າຮ່ວມງານລາຕີ “ສຽງເພງຈາກບ້ານເກີດເມືອງນອນ“ ຕ້ອນຮັບບຸນເຕັດປີມະແມຢູ່ນະຄອນຫຼວງບາງກອກ. ກ່າວຄວາມເຫັນນະພິທີ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳໄທ ຫງວຽນເຕິດແທ່ງ ໄດ້ຕີລາຄາສູງການປະກອບສ່ວນທີ່ແທດຈິງຂອງປະຊາຄົມຊາວຫວຽດນາມ ຢູ່ໄທ ທີ່ມີຕໍ່ບ້ານເກີດເມືອງນອນ, ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນສືບຕໍ່ຮັກສາສີສັນຊາດ, ສາມັກຄີກັນ ແລະ ພ້ອມກັນອ່ວາຍເມືອຫາບ້ານເກີດເມືອງນອນ.
ໂອກາດນີ້, ສະຖານທູດຫວຽດນາມປະຈຳຊະວິດ, ເວເນຢູເອລາ ແລະ ປະເທດຈຳນວນໜຶ່ງ ກໍ່ໄດ້ຈັດຕັ້ງງານພົບປະປະຈຳປີ, ຕ້ອນຮັບບຸນເຕັດ, ຕ້ອນຮັບລະດູບານໃໝ່ໃຫ້ບັນດາພະນັກງານ, ພາລະກອນສະຖານທູດ, ນັກທຸລະກິດ ແລະ ປະຊາຄົມຊາວຫວຽດນາມ ທີ່ພວມປະຕິບັດງານ ແລະ ດຳລົງຊີວິດຢູ່ປະເທດປະຈຳຖີ່ນເຊັ່ນດຽວກັນ.