ປະຊາຄົມຊາວຫວຽດນາມຢູ່ນອກແວຕ້ອນຮັບປີໃໝ່ສາກົນ 2015

ປະຊາຄົມຊາວຫວຽດນາມຢູ່ນອກແວຕ້ອນຮັບປີໃໝ່ສາກົນ 2015 - ảnh 1
(ສະມາຄົມຊາວ​ຫວຽດນາມອາ​ໄສ​ຢູ່​ນອກ​ແວ ​
ຈັດ​ຕັ້ງ​ງານ​ພົບ​ປະສັງ​ສັນ​ຕ້ອນຮັບ​ປີ​ໃໝ່​ສາກົນ 2015)

(vovworld) - ສະມາຄົມຊາວ​ຫວຽດນາມອາ​ໄສ​ຢູ່​ນອກ​ແວ ​ໄດ້​ຈັດ​ຕັ້ງ​ງານ​ພົບ​ປະສັງ​ສັນ​ຕ້ອນຮັບ​ປີ​ໃໝ່​ສາກົນ 2015 ຢູ່​ນະຄອນຫຼວງ Oslo. ກ່າວ​ຄວາມ​ເຫັນ​ທີ່​ການ​ພົບ​ປະ​ເຊິ່ງຈັດ​ຕັ້ງ​ໃນ​ວັນ​ທີ 31/12, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ​ປະຈຳ​ນອກ​ແວ ​ເລ​ທິຕວຽດມາຍ ​ໄດ້​ອວຍພອນ​ຄວາມ​ມານະ​ພະຍາຍາມ​ເຊື່ອມ​ໂຍງ​ຂອງ​ພໍ່​ແມ່​ປະຊາຊົນ​ເຂົ້າ​ສັງຄົມ​ນອກ​ແວ. ພ້ອມ​ທັງ​ຂອບ​ໃຈພໍ່​ແມ່​ປະຊາຊົນໄດ້​ຈັດການ​ເຄື່ອນ​ໄຫວ​ປະຊາ​ຄົມ​ທີ່​ມີ​ຄວາມ​ໝາຍ ​ແລະ ຈົບງາມ​ຫຼາຍ​ຢ່າງ​ເພື່ອ​ອະນຸລັກ​ຮັກສາ ​ແລະ ​ໂຄສະນາ​ສີສັນ​ວັດທະນະທຳ​ຫວຽດນາມ ກໍ່​ຄືອ່ວາຍ​ເມືອ​ຫາ​ບ້ານ​ເກີດ​ເມືອງ​ນອນ. ທ່ານ​ນາງ​ກໍ່​ແຈ້ງ​ໃຫ້​ພໍ່​ແມ່​ປະ​ຊົນ​ໄດ້​ຮັບ​ຊາບ​ບັນດາ​ຜົນງານ​ພົ້ນ​ເດັ່ນ​ທາງ​ດ້ານ​ສດຖະກິດ - ສັງຄົມ​ຢູ່​ພາຍ​ໃນ​ປະ​ເທດ ​ແລະ ຜົນງານ​ໃນ​ການ​ພົວພັນ​ສອງຝ່າຍ​ຫວຽດນາມ - ນອກ​ແວ.

ຂ່າວ/ບົດ​ອື່ນ