ປະຊາຄົມຊາວຫວຽດນາມອາໄສຢູ່ເຊັກໂກຊົມເຊີຍວັນບຸນວິສາຂະບູຊາ
ພະອາຈານ ທິກຈິ໋ເຈີນ, ເຈົ້າອາວາດວັດແຄ໋ງອານ ນະຄອນໂຮ່ຈິມິນ
(ພາບ: vietnamplus.vn)
(vovworld) - ຕອນບ່າຍວັນທີ 07/06, ຢູ່ນະຄອນຫຼວງ Praha, ສະມາຄົມພຸດທະສາສະໜາຫວຽດນາມ ປະຈຳສ.ເຊັກໂກ ໄດ້ຈັດວັນບຸນວິສາຂະບູຊາ ພາວະນາຂໍ້ໃຊ້ປະເທດຊາດ ແລະ ປະຊາຊົນມີຄວາມສະຫງົບສຸກ. ເຂົ້າຮ່ວມພິທີມີຜູ້ຕາງໜ້າສະຖານທູດຫວຽດນາມ ປະຈຳເຊັກໂກ, ສະມາຄົມຊາວຫວຽດນາມ, ບັນດາອົງການມະຫາຊົນຂອງປະຊາຄົມຊາວຫວຽດນາມ ຢູ່ເຊັກໂກ ແລະ ພຸດທະສາສະນິກກະຊົນ 300 ຄົນທີ່ມາຈາກບັນດາແຂວງ, ນະຄອນຂອງສ.ເຊັກໂກ. ພະອາຈານ ທິກຈິ໋ເຈີນ, ເຈົ້າອາວາດວັດ ແຄ໋ງອານ ນະຄອນໂຮ່ຈິມິນ, ເປັນປະທານພິທີງານບຸນວິສາຂະບູຊາ ໄດ້ເນັ້ນໜັກວ່າ, ໃນສະພາບສັນຕິພາບໃນໂລກພວມຖືກນາບຂູ່ ຍ້ອນບັນດາການປະທະກັນດ້ວຍກຳລັງອາວຸດ, ໄພກໍ່ການຮ້າຍມີໄພແຜ່ລາມອອກສູ່ທົ່ວໂລກ, ສະພາບການຢູ່ທະເລຕາເວັນອອກ ມີການຜັນແປ່ຢ່າງສັບສົນນັ້ນ, ພຸດທະສາສະນິກກະຊົນ ກໍ່ຄືຊາວຫວຽດນາມ ອາໄສຢູ່ສ.ເຊັກໂກ ທຸກຄົນ ລ້ວນແຕ່ອ່ວາຍເມືອຫາເທດຊາດ ແລະ ພາວະນາຂໍ້ໃຫ້ມີຄວາມສັນຕິພາບປະເທດຫວຽດນາມ ປະເທດຕ່າງໆໃນທົ່ວໂລກ.