ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ
(vovworld) - ກ່າວຄຳເຫັນທີ່ກອງປະຊຸມສຸດຍອດດຳເນີນທຸລະກິດ ອາຊຽນ Bloomberg 2016 ດຳເນີນໃນຕອນເຊົ້າວັນທີ 08/12 ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ: ບັນດາປະເທດພວມມານະພະຍາຍາມຫັນບັນດາຄຳໝັ້ນສັນຍາພັດທະນາດ້ວຍການຮ່ວມມື, ຮ່ວມສຳພັນຢ່າງເລິກເຊິ່ງກ້ວາງຂວາງໃຫ້ປະກົດຜົນເປັນຈິງບົນ 3 ເສົ້າຄ້ຳຕົ້ນຕໍແມ່ນການເມືອງ - ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທຳສັງຄົມ. ດ້ວຍຕະຫລາດທີ່ມີພົນລະເມືອງກ່ວາ 600 ລ້ານຄົນ ແລະ ແມ່ນພາກພື້ນມີປະຊາຄົມວິສາຫະກິດພັດທະນາຢ່າງຂະຫຍັນຂັ່ນເຄື່ອນ, ມີຫົວຄິດປະດິດສ້າງ, ທ່ານນາຍົກລັດຖະມົນຕີຖືວ່າ: ບົດບາດໃຈກາງຂອງ ອາຊຽນ ຢູ່ພາກພື້ນ, ພິເສດແມ່ນການຮ່ວມມືເສດຖະກິດ, ການຄ້າ ແລະ ການລົງທຶນ ໄດ້ຮັບການສະໜັບສະໜູນຂອງປະຊາຄົມວິສາຫະກິດສາກົນ. ທ່ານນາຍົກລັດຖະມົນຕີກໍ່ຍົກອອກສະພາວະໂລກ ແລະ ພາກພື້ນ ອາຊຽນ ພວມປະເຊີນໜ້າກັບບັນດາສິ່ງທ້າທາຍໃຫຍ່ຫລວງໃນຫລາຍຂົງເຂດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວວ່າ:
“ບັນດາປະເທດ ອາຊຽນ ສາມັກຄີຍູ້ແຮງການເຊື່ອມຕໍ່ເສດຖະກິດ, ພັດທະນາພື້ນຖານໂຄງລ່າງຄົມມະນາຄົມ ແລະ ຮ່ວມສຳພັນ ເພື່ອແນໃສ່ສ້າງຄວາມສະດວກໃຫ້ການແລກປ່ຽນການຄ້າ, ການລົງທຶນ ແລະ ການບໍລິການຜ່ານຊາຍແດນ; ສ້າງຕະຫລາດ ອາຊຽນ ເປັນເອກະພາບ, ມີປະສິດທິຜົນ. ແຕ່ລະສະມາຊິກ ອາຊຽນ ຄວນມີການປ່ຽນໃໝ່ມີຫົວຄິດປະດິດສ້າງ, ຍົກສູງກຳລັງຄວາມສາມາດແກ່ງແຍ້ງ, ເຂົ້າຮ່ວມລະບົບສະໜອງທົ່ວໂລກຢ່າງເລິກເຊິ່ງກ່ວາ ແລະ ບືນຕົວຂຶ້ນໃຫ້ບັນລຸບັນດາມູນຄ່າເພີ່ມສູງກ່ວາ.”
ທ່ານນາຍົກລັດຖະມົນຕີເື່ອໝັ້ນວ່າ ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມແບ່ງຢ່າງປັນເປີດອົກເປີດໃຈກ່ຽວກັບບັນດາກຳນົດທິດ, ກາລະໂອກາດຊຸກຍູ້ການຮ່ວມມືລົງທຶນດຳເນີນທຸລະກິດໃນພາກພື້ນ ອາຊຽນ. ລັດຖະບານ ຫວຽດນາມ ພວມມານະພະຍາຍາມປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ ແລະ ຍິນດີຕ້ອຍຮັບບັນດາວິສາຫະກິດ ອາຊຽນ ແລະ ສາກົນທັງໝົດທີ່ໄດ້ເລືອກເຟັ້ນ ຫວຽດນາມ ແມ່ນສະຖານທີ່ເຂົ້າມາລົງທຶນ.