ສະຖານທີ່ເກີດເຫດ
|
(vovworld) – ວັນທີ 9/4, ທ່ານ Antonio Guterres, ເລຂາທິການໃຫຍ່ ສປຊ ໄດ້ກ່າວປະນາມເຫດບຸກໂຈມຕີກໍ່ການຮ້າຍເຂົ້າໂບດ 2 ແຫ່ງຢູ່ທາງທິດເໜືອ ອີຢິບ ໃນຕອນເຊົ້າວັນດຽວກັນ ເຮັດໃຫ້ຢ່າງໜ້ອຍສຸດມີ 44 ຄົນເສຍຊີວິດ ແລະ 120 ຄົນຖືກຮັບບາດເຈັບ. ທ່ານເລຂາທິການໃຫຍ່ ສປຊ Antonio Guterres ຫວັງວ່າ ບັນດາຜູ້ຖືກຮັບບາດເຈັບຈະຟື້ນຟູສຸຂະພາບໂດຍໄວ ແລະ ຊອກຫາບັນດາຕົວການໂດຍໄວ.
ສັນຖະປະປາ Francis ໄດ້ກ່າວຕຳນິຕິຕຽນເຫດການວາງລະເບີດ 2 ຄັ້ງດັ່ງກ່າວຢ່າງແຮງ. ສັນຖະປະປາ ໄດ້ຝາກຄຳແບ່ງເບົາຄວາມເສົ້າສະຫຼົດໃຈເຖິງ ສັງຄະນາຍົກສະມາຄົມສາສະໜາ Coptic ອີຢິບ Tawadros 2 ແລະ ປະຊາຊົນ ອີຢິບ ທຸກຄົນ, ພ້ອມທັງສວດມົນພາວະນາໃຫ້ບັນດາຜູ້ປະສົບເຄາະຮ້າຍຈາກເຫດບຸກໂຈມຕີກໍ່ການຮ້າຍ 2 ຄັ້ງດັ່ງກ່າວ ແລະ ປາດຖະໜາຢາກໃຫ້ໂລກຫລຸດພົ້ນອອກຈາກກໍ່ການຮ້າຍ, ການໃຊ້ຄວາມຮຸນແຮງ.
ທ່ານປະທານາທິບໍດີ ຝຣັ່ງ Francois Hollande ໃຫ້ຄຳໝັ້ນສັນຍາເພີ່ມທະວີການຮ່ວມມືກັບ ອີຢິບ ໃນບັ້ນຮົບຕ້ານກໍ່ການຮ້າຍ, ພ້ອມທັງຝາກຄຳແບ່ງເບົາຄວາມເສົ້າສະຫຼົດໃຈເຖິງຄົບຄອບບັນດາຜູ້ປະສົບເຄາະຮ້າຍ. ທ່ານນາຍົກລັດຖະມົນຕີ Lebanon Saad El Hariri ກໍ່ໄດ້ກ່າວປະນາມເຫດບຸກໂຈມຕີນີ້…