ປະຊາຄົມສາກົນມານະພະຍາຍາມຢຸດຕິວິກິດການຢູ່ຊີຣີ
(ພາບປະກອບ)
(vovworld) – ວັນທີ 30/10, ອາເມລິກາ, ລັດເຊຍ, ອີຣານ ແລະ 14 ປະເທດອື່ນ ໄດ້ເຂົ້າຮ່ວມກອງປະຊຸມສາກົນເປີດກວ້າງກ່ຽວກັບຊີຣີ ຢູ່ນະຄອນຫຼວງ ວຽນ, ປະເທດອົດຕະລິດ ເພື່ອຮຽກຮ້ອງໃຫ້ມີຄຳສັ່ງຢຸດຍິງໃນທົ່ວປະເທດຢູ່ຊີຣີ, ເຊື່ອມຕໍ່ບັນດາການເຈລະຈາໂດຍສະຫະປະຊາຊາດເປັນຄົນກາງໄກ່ເກ່ຍ ລະຫວ່າງອຳນາດການປົກຄອງ Damascus ແລະ ຝ່າຍຄ້ານ, ກໍຄືດຳເດີນບັນດາການເລືອກຕັ້ງຄັ້ງໃໝ່. ໃນຖະແຫຼງການຮ່ວມເຊິ່ງຍົກອອກມາພາຍຫຼັງກອງປະຊຸມ, ຝ່າຍຕ່າງໆທີ່ເຂົ້າຮ່ວມຢືນຢັນວ່າ “ບັນດາຄວາມບໍ່ລົງລ້ອຍກັນທີ່ໃຫຍ່ຫຼວງຍັງຄົງຕົວຢູ່”, ແຕ່ຫັນດີນຳກັນ “ຕ້ອງຍູ້ແຮງບັນດາຄວາມມານະພະຍາຍາມດ້ານທານທູດ ເພື່ອຢຸດຕິການສູ້ຮົບ” ຢູ່ຊີຣີ. ຕາມຖະແຫຼງການແລ້ວ, ບັນດາປະເທດເຂົ້າຮ່ວມການເຈລະຈາໄດ້ສະເໜີໃຫ້ສະຫະປະຊາຊາດ ເຕົ້າໂຮມບັນດາຜູ້ຕາງໜ້າອຳນາດການປົກຄອງຊີຣີ ແລະ ຝ່າຍຄ້ານ ເພື່ອແນໃສ່ດຳເນີນ “ວິວັດທະນາການການເມືອງ ເຊິ່ງພາໄປເຖິງອຳນາດການປົກຄອງທີ່ມີຄວາມໄວ້ເນື້ອເຊື່ອໃຈ, ຕ່າງໜ້າຫຼາຍຝ່າຍ, ປອດພັກຝ່າຍ, ສາສະໜາ, ຫຼັງຈາກນັ້ນແມ່ນລັດຖະທຳມະນູນສະບັບໃໝ່ ແລະ ການເລືອກຕັ້ງຕ່າງໆ”.