ປະຊາຄົມສາກົນໃຫ້ຄຳໝັ້ນສັນຍາໜູນຊ່ວຍຫວຽດນາມຮັບມືກັບການປ່ຽນແປງຂອງດິນຟ້າອາກາດ
ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ
(ພາບ: AFP/TTXVN)
(vovworld) - ໃນຂອບເຂດບັນດາການເຄື່ອນໄຫວຂອງກອງປະຊຸມສຸດຍອດຄັ້ງທີ 21 ບັນດາຝ່າຍເຂົ້າຮ່ວມຮ່າງສົນທິສັນຍາຂອງສະຫະປະຊາຊາດກ່ຽວ ກັບການປ່ຽນແປງຂອງດິນຟ້າອາກາດ (COP 21) ນັ້ນ, ຕອນຄຳ່ວັນທີ 30/11 (ຕາມເວລາຫວຽດນາມ), ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ພ້ອມກັບທ່ານນາຍົກລັດຖະມົນຕີຮອນລັງ Mark Rutte ແລະ ທ່ານຮອງປະທານທະນາຄານໂລກ Laura Tusk, ໄດ້ເປັນປະທານຮ່ວມວາລະເຈລະຈາຂັ້ນສູງ “ຫວຽດນາມຮ່ວມແຮງພ້ອມກັບບັນດາຄູ່ຮ່ວມມືສາກົນຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢູ່ເຂດທົ່ງພຽງແມ່ນຳ້ຂອງ“. ກ່າວຄວາມເຫັນຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ຊີ້ແຈ້ງວ່າ:
“ເພີ່ມທະວີການຮ່ວມມືລະຫວ່າງບັນດາປະເທດໃນພາກພື້ນ ແລະ ບັນດາຄູ່ຮ່ວມມືທີ່ກ່ຽວຂ້ອງ, ພິເສດແມ່ນຄະນະກຳມາທິການແມ່ນຳ້ຂອງສາກົນ, ເພື່ອຂຸດຄົ້ນ ແລະ ນຳໃຊ້ແຫຼ່ງຊັບພະຍາກອນນຢ່າງໝັ້ນຄົງໃຫ້ເຂດທົ່ງພຽງແມ່ນຳ້ຂອງ. ສະແຫວງຫາການຮ່ວມມື, ການໜູນຊ່ວຍຈາກບັນດາປະເທດ, ອົງການຈັດຕັ້ງສາກົນທີ່ສະຫງວນໃຫ້ຫວຽດນາມເວົ້າລວມ ແລະ ພາກພື້ນແມ່ນຳ້ຂອງເວົ້າສະເພາະໃນ ການເຄື່ອນໄຫວຮັບມືກັບການການປ່ຽນແປງຂອງດິນຟ້າອາກາດ. ລັດຖະບານຫວຽດນາມ ຍາມໃດກໍ່ເຄົາລົບ ແລະ ຄຸ້ມຄອງ, ນຳໃຊ້ແຫຼ່ງອຸປະຖຳສາກົນຢ່າງມີປະສິດທິຜົນ. ໃນການເຈລະຈາມື້ນີ້, ພວກຂ້າພະເຈົ້າຫວັງວ່າຈະໄດ້ຮັບຂໍ້ສະເໜີກ່ຽວກັບມາດຕະການ, ວິທີການຮ່ວມມືເພື່ອແນໃສ່ຍົກສູງປະສິດທິຜົນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ການພັດທະນາແບບຍືນຍົງໃຫ້ເຂດທົ່ງພຽງແມ່ນຳ້ຂອງ“.
ສ່ວນທ່ານຮອງປະທານທະນາຄານໂລກ Laura Tusk, ເນັ້ນໜັກວ່າ, ລັດຖະບານຫວຽດນາມ ໄດ້ສະແດງໃຫ້ເຫັນຄຳໝັ້ນສັນຍາກໍ່ຄືຄວາມຕັດສິນໃຈຂອງຕົນໃນການວາງບັນດາມາດຕະການທີ່ມີປະສິທິຜົນ ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ສິ້ນສຸດວາລະເຈລະຈາ, ບັນດາຝ່າຍ ໄດ້ອອກຖະແຫຼງການຮ່ວມລະຫວ່າງຫວຽດນາມ, ຮອນລັງ ແລະ ທະນາຄານໂລກ ກ່ຽວກັບການສະໜັບສະໜູນ ແລະ ຮຽກຮ້ອງປະຊາຄົມສາກົນ ຮ່ວມແຮງຮ່ວມໃຈໜູນຊ່ວຍຫວຽດນາມຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢູ່ເຂດທົ່ງພຽງແມ່ນຳ້ຂອງ.