ປະຊາຄົມສາກົນໜູນຊ່ວຍປະຊາຊົນພາກກາງ ຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫລັງຈາກຝົນຕົກໜັກ, ນ້ຳຖ້ວມ

(VOVWORLD) - ລັດຖະບານລາຊະອານາຈັກ ໂຮນລັງ ຈະໜູນຊ່ວຍແກ້ໄຂໄພພິບັດທຳມະຊາດໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກພະຍຸພັດເຂົ້າພາກກາງ ຫວຽດນາມ ໃນໄລຍະຜ່ານມາ ດ້ວຍມູນຄ່າ 2 ລ້ານເອີໂຣ.
ປະຊາຄົມສາກົນໜູນຊ່ວຍປະຊາຊົນພາກກາງ ຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫລັງຈາກຝົນຕົກໜັກ, ນ້ຳຖ້ວມ - ảnh 1ທ່ານ Kamal Malhotra ຜູ້ປະສານງານປະຈຳສະຫະປະຊາຊາດຢູ່ ຫວຽດນາມ. ພາບ: dangcongsan.vn

  ວັນທີ 04 ພະຈິກ, ຜູ້ປະສານງານປະຈຳສະຫະປະຊາຊາດ ພ້ອມກັບຜູ້ອຳນວຍການແຫ່ງຊາດຂອງອົງການຊ່ວຍເຫຼືອເດັກນ້ອຍ, ກຸ່ມຄຸ້ມຄອງໄພພິບັດທຳມະຊາດ (Disaster Management Group) ໄດ້ຍົກອອກແຜນການຮັບມືກັບໄພນ້ຳແກ່ງນ້ຳຖ້ວມຢູ່ ຫວຽດນາມ ປີ 2020, ແນໃສ່ລະດົມເງິນຈຳນວນ 40 ລ້ານ USD ເພື່ອໜູນຊ່ວຍປະຊາຊົນ 177.000 ຄົນທີ່ຢູ່ໃນກຸ່ມຄົນມີຄວາມສ່ຽງ ແລະ ຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໄພນ້ຳແກ່ງນ້ຳຖ້ວມຢູ່ບັນດາແຂວງພາກກາງ ຫວຽດນາມ, ລວມມີ: ກ໋ວາງບີ່ງ, ກ໋ວາງຈິ, ເທື່ອທຽນເຫ້ວ, ກ໋ວາງນາມ ແລະ ກ໋ວາງຫງາຍ. ແຜນການດັ່ງກ່າວ ໄດ້ຮັບການສ້າງຂຶ້ນໃນໄລຍະເວລາ 6 ເດືອນ ແນໃສ່ແກ້ໄຂຄວາມຕ້ອງການມະນຸດສະທຳໃນທັນທີ, ພ້ອມທັງປະຕິບັດບາງການເຄື່ອນໄຫວຟື້ນຟູໂດຍໄວ.

        ວັນທີ 04 ພະຈິກ, ທ່ານເອກອັກຄະລັດຖະທູດ ໂຮນລັງ ປະຈຳ ຫວຽດນາມ Elsbeth Akkerman ປະກາດວ່າ: ລັດຖະບານລາຊະອານາຈັກ ໂຮນລັງ ຈະໜູນຊ່ວຍແກ້ໄຂໄພພິບັດທຳມະຊາດໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກພະຍຸພັດເຂົ້າພາກກາງ ຫວຽດນາມ ໃນໄລຍະຜ່ານມາ ດ້ວຍມູນຄ່າ 2 ລ້ານເອີໂຣ.

ຕອບກັບ

ຂ່າວ/ບົດ​ອື່ນ