ປະຊາຄົມໂລກກ່າວປະນາມເຫດການບຸກໂຈມຕີໂຮງຮຽນຢູ່ປາກິດສະຖານ
ການບຸກໂຈມຕີທີ່ຮ້າຍແຮງນີ້ເຮັດໃຫ້ຢ່າງໜ້ອຍສຸດມີ 132 ຄົນເສຍຊີວິດ
(ພາບ: dantri.com)
(vovworld) – ຕອນບ່າຍວັນທີ 16/12, ຕຳຫຼວດ ປາກິດສະຖານໄດ້ປະກາດດັບສູນມືປືນທັງໝົດດຳເນີນການບຸກໂຈມຕີທີ່ຮ້າຍແຮງເຂົ້າໂຮງຮຽນແຫ່ງໜຶ່ງຢູ່ນະຄອນ Peshawar, ຂຶ້ນກັບທາງທິດຕາເວັນຕົກພາກເໜືອປະເທດນີ້.
ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 16/12 (ຕາມເວລາປາກິດສະຖານ), ບັນດາມືປືນໄດ້ບຸກໂຈມຕີໂຮງຮຽນເມື່ອມີນັກຮຽນ ແລະ ຄູສອນປະມານ 500 ຄົນພວມຂຶ້ນຫ້ອງ. ການບຸກໂຈມຕີທີ່ຮ້າຍແຮງນີ້ເຮັດໃຫ້ຢ່າງໜ້ອຍສຸດມີ 132 ຄົນເສຍຊີວິດ ແລະ ກ່ວາ 120 ຄົນຮັບບາດເຈັບ, ໃນນັ້ນສ່ວນຫຼາຍແມ່ນນັກຮຽນ. ພາຍຫຼັງໄດ້ຮັບຂ່າວ, ທ່ານນາຍົກລັດຖະມົນຕີ ປາກິດສະຖານ Nawar Sharif ໄດ້ເດີນທາງເຖິງ Peshawar ໃນທັນທີເພື່ອຊີ້ນຳວຽກງານກູ້ໄພກູ້ຊີບ ແລະ ຖະແຫຼງໄວ້ທຸກລະດັບຊາດໃນເວລາ 3 ວັນ. ເຫດການໄດ້ດຶງດູດຄວາມສົນໃຈຫຼາຍຈາກຫາງສຽງສາກົນ. ທ່ານປະທນາທິບໍດີ ປາກິດສະຖານ Mamnoon Hussain ຖະແຫຼງກ່າວປະນາມການບຸກໂຈມຕີຢ່າງແຮງ. ປະທານາທິບໍດີ ອາເມລິກາ Barack Obama, ທ່ານນາຍົກລັດຖະມົນຕີ ອິນເດຍ Narenda Modi, ປະທານາທິບໍດີ ຟິລິບປິນ Benigno Aquino 3 ກໍ່ໄດ້ກ່າວປະນາມການກະທຳຄາດຕະກຳຂອງພວກກໍ່ການຮ້າຍດັ່ງກ່າວ.