ປະຊາຄົມໂລກສືບຕໍ່ຕີລາຄາຢ່າງຕັ້ງໜ້າຂໍ້ຕົກລົງນິວເຄຼຍຂອງອີຣານ
ບັນດາຫົວໜ້າຄະນະເຈລະຈານິວເຄຼຍອີຣານຖ່າຍຮູບລວມທີ່ສຳນັກ
ງານສະຫະປະຊາຊາດຢູ່ວຽນ, ປະເທດໂອຕະຣິດ ໃນວັນທີ 14-7
(ພາບ:AFP)
(vovworld)- ປະຊາຄົມໂລກສືບຕໍ່ມີບັນດາການຕີລາຄາຢ່າງຕັ້ງໜ້າ ກ່ຽວກັບຂໍ້ຕົກລົງນິວເຄຼຍປະຫວັດສາດລະຫວ່າງກຸ່ມ P5+1 (ເຊິ່ງລວມມີ 5 ປະເທດ ຄະນະກຳມະການປະຈຳສະພາຄວາມໝັ້ນຄົງສະຫະປະຊາຊາດແມ່ນ ອາເມລິກາ, ອັງກິດ, ຝຣັ່ງ, ລັດເຊຍ, ຈີນ ແລະ ເຢຍລະມັນ) ແລະ ອີຣານ. ວັນທີ 14/7, ທ່ານນາຍົກລັດຖະມົນຕີເຢຍລະມັນ Angela Merkel ຊົມເຊີຍໝາກຜົນການເຈລະຈາຢູ່ວຽນ (ປະເທດໂອຕະຣິດ) ກ່ຽວກັບໂຄງການນິວເຄຼຍຂອງອີຣານ. ທ່ານນາງນາຍົກລັດຖະມົນຕີເຢຍລະມັນ Angela Merkel ຖືວ່າ: ໝາກຜົນນີ້ມີຄວາມໝາຍສຳຄັນຕໍ່ສະພາບຄວາມໝັ້ນຄົງໃນທົ່ວພາກພື້ນກໍຄືນອກພາກພື້ນ.
ແລະກໍໃນວັນດຽວກັນ, ທ່ານເລຂາທິການໃຫຍ່ອົງການ NATO Jens Stoltenberg ຊົມເຊີຍຂໍ້ຕົກລົງທີ່ຫາກໍ່ບັນລຸໄດ້. ເມື່ອເອກະສານສະບັບນີ້ໄດ້ຮັບການຜັນຂະຫຍາຍຢ່າງຄົບຖ້ວນ ຈະຊ່ວຍປັບປຸງຄວາມໝັ້ນຄົງທົ່ວໂລກ. ກະຊວງການຕ່າງປະເທດອັງກິດ ກໍປະກາດວ່າ: ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດອັງກິດ Philip Hammond ຊົມເຊີຍເລື່ອງບັນລຸໄດ້ຂໍ້ຕົກລົງດັ່ງກ່າວ. ໃນຂະນະນັ້ນ, ທ່ານລັດຖະມົນຕີວ່າການກະຊວງກ່ານຕ່າງປະເທດລັດເຊຍ Sergei Lavrov ຖືວ່າ: ຂໍ້ຕົກລົງນິວເຄຼຍກັບອີຣານ ຈະເປີດທາງໃຫ້ສຳພັນທະມິດ “ກ້ວາງໃຫຍ່” ເພື່ອຕໍ່ສູ້ຕ້ານອົງການ “ລັດອິດສະລາມ” (IS) ອ້າງຊື່ເອງ ແລະ ບັນດາກຸ່ມກໍ່ການຮ້າຍ.