ປະຊາຊົນ ສ. ເກົາຫຼີ ນັບແສນຄົນຮຽກຮ້ອງໃຫ້ທ່ານນາງ Park Guen Hye ລາອອກຈາກຕຳແໜ່ງໃນທັນທີ
ທ່ານນາງ Park Geun Hye
(ພາບ: AP/TTXVN)
|
(vovworld) – ພາຍຫຼັງສະພາແຫ່ງຊາດ ສ. ເກົາຫຼີ ປ່ອນບັດຮັບຮອງເອົາເລື່ອງພິຈາລະນາໂທດທ່ານນາງປະທານາທິບໍດີ Park Geun Hye ພຽງໜຶ່ງວັນ, ວັນທີ 10/12, ປະຊາຊົນ ສ. ເກົາຫຼີ ນັບແສນຄົນໄດ້ເຕົ້າໂຮມຢູ່ນະຄອນຫຼວງ ເຊີອູນ ເພື່ອຮຽກຮ້ອງໃຫ້ທ່ານນາງ Park Geun Hye ລາອອກຈາກຕຳແໜ່ງໃນທັນທີ. ບັນດາຜູ້ຈັດຕັ້ງຄາດຄະເນວ່າ ມີປະມານ 500.000 ຄົນເຂົ້າຮ່ວມການແຫ່ຂະບວນປະທ້ວງ. ນີ້ແມ່ນການແຫ່ຂະບວນປະທ້ວງຄັ້ງທີ 7 ໃນຫຼາຍສັບປະດາທີ່ຜ່ານມາ. ໂດຍຕ່າງກັນກັບເຫດການກ່ອນນັ້ນ, ການແຫ່ຂະບວນປະທ້ວງຫຼ້າສຸດນີ້ມີລັກສະນະຊົມເຊີຍຂໍ້ຕົກລົງຂອງສະພາແຫ່ງຊາດ ສະໜັບສະໜູນຄຳສະເໜີພິຈາລະນາໂທດທ່ານນາງ Park Geun Hye. ແຕ່ເຖິງຢ່າງໃດກໍ່ຕາມ, ມີກຸ່ມຄົນໜຶ່ງສະໜັບສະໜູນທ່ານນາງ Park, ໃນນັ້ນສ່ວນຫຼາຍແມ່ນບັນດາຜູ້ມີອາຍຸກ່ວາ 60 ປີ, ກໍ່ໄດ້ເຕົ້າໂຮມຢູ່ໃກ້ກັບຫ້ອງວ່າການປະທານາທິບໍດີ ເພື່ອຄັດຄ້ານຂໍ້ຕົກລົງພິຈາລະນາໂທດທ່ານນາງ Park.