ປະຊາຊົນກູບາມີຄວາມເສົ້າສະຫຼົດໃຈແລະສຸດແສນເສຍດາຍຕໍ່ການຈາກໄປຂອງຜູ້ນຳການປະຕິວັດFidelCastro
ປະຊາຊົນກູບາມີຄວາມເສົ້າສະຫຼົດໃຈແລະສຸດແສນເສຍດາຍ
ຕໍ່ການຈາກໄປຂອງຜູ້ນຳການປະຕິວັດFidelCastro
(ພາບປະກອບ)
(vovworld)- ຕອນເຊົ້າ ວັນທີ 28/11 (ຕາມເວລາທ້ອງຖິ່ນ), ກົງກັບຕອນຄ່ຳວັນດຽວກັນ (ຕາມເວລາຮ່າໂນ້ຍ), ທົ່ວປະເທດກູບາ, ເລີ່ມຕົ້ນພິທີໄວ້ອາໄລຜູ້ນຳກູບາ ທ່ານ Fidel Castro, ການເຄື່ອນໄຫວນີ້ຈະແກ່ຍາວ ແຕ່ວັນທີ 28/11 ຈົນເຖິງ ວັນທີ 4/12. ໃນເວລາ 9 ໂມງເຊົ້າຂອງ ວັນທີ 28/11, ນັບແຕ່ອະນຸສາວະລີປືນໃຫຍ່ Moro ຢູ່ນະຄອນຫຼວງ La Habana ແລະ ຢູ່ແຂວງພາກຕາເວັນອອກ Santiago de ກູບາ, ໄດ້ຍິງປືນໃຫຍ່ 21 ນັດ, ເລີ່ມຕົ້ນພິທີໄວ້ອາໄລຜູ້ນຳປະຕິວັດ ທ່ານ Fidel Castro ຢ່າງເປັນທາງການ. ກ່ອນໜ້ານັ້ນ, ໃນຕອນຮຸ່ງເຊົ້າ, ປະຊາຊົນນະຄອນຫຼວງ La Habana ນັບພັນພັນຄົນ ໄດ້ລຽນແຖວຕໍ່ໜ້າອະນຸສາວະລີ Jose Marti ໃນສະໜາມຫຼວງປະຕິວັດ ຢູ່ນະຄອນຫຼວງ La Habana ເພື່ອເຂົ້າຮ່ວມພິທີໄວ້ອາໄລລວມໝູ່. ເຂົ້າຮ່ວມພິທີໄວ້ອາໄລ ຍັງມີ ທ່ານ Rafael Correa ປະທານາທິບໍດີ Ecuador ແລະ ທ່ານ Juan Carlos ເຈົ້າຊີວິດແອັດສະປາຍ. ພິທີໄວ້ອາໄລ ຢູ່ອະນຸສາວະລີ Jose Marti ຈະດຳເນີນໃນລະຫວ່າງ ວັນທີ 28-29/11, ພ້ອມກັນນັ້ນ ທົ່ວນະຄອນຫຼວງ La Habana ກໍ່ໄດ້ຈັດຕັ້ງພິທີໄວ້ອາໄລຜູ້ນຳ ທ່ານ Fidel Castro ຕື່ມອີກ 12 ແຫ່ງ.